ບໍລິສັດນ້ຳມັນເຊື້ອໄຟລາຍໃຫຍ່ຂອງອາເມຣິກາໄດ້ຮັບຜົນກຳໄລຢ່າງຫຼວງຫຼາຍທ່າມກາງສະພາບວິກິດການດ້ານພະລັງງານ

2022-07-31 14:10:27 cri

ເນື່ອງຈາກການປະທະກັນລະຫວ່າງຣັດເຊຍກັບອູແກຼນ ກໍຄືອາເມຣິກາ ແລະປະເທດຕາເວັນຕົກໄດ້ເພີ່ມທະວີມາດຕະການລົງໂທດດ້ານພະລັງງານຂອງຣັດເຊຍ, ເຮັດໃຫ້ລາຄານ້ຳມັນເຊື້ອໄຟແລະອາຍແກັສທຳມະຊາດໃນທົ່ວໂລກ ເພີ່ມສູງຂຶ້ນ. ແຕ່ວ່າ ໃນເວລາທີ່ຫຼາຍປະເທດຢູ່ເອີຣົບຍັງຄົງຕົກຢູ່ໃນສະພາບ ທີ່ຫຍຸ້ງຍາກຍ້ອນຂາດແຄນພະລັງງານນັ້ນ, ບໍລິສັດຜະລິດນ້ຳມັນເຊື້ອໄຟຂອງ ອາເມຣິກາຊ້ຳພັດສາມາດສ້າງຜົນກຳໄລໄດ້ຢ່າງຫຼວງຫຼາຍ.

ຕາມສື່ມວນຊົນຣັດເຊຍຄື ໂທລະພາບRussia Today ລາຍງານຂ່າວວ່າ: ອີງຕາມບົດລາຍງານຜົນລາຍໄດ້ປະຈຳໄຕມາດທີ່ບໍລິສັດ Exxon Mobil  ເຊິ່ງເປັນຫນຶ່ງໃນບໍລິສັດຜະລິດນ້ຳມັນເຊື້ອໄຟລາຍໃຫຍ່ທີ່ສຸດຂອງອາເມຣິກາໄດ້ເປີດເຜີຍໃນວັນທີ 29 ກໍລະກົດນີ້ສະແດງໃຫ້ເຫັນວ່າ: ຜົນກຳໄລ ຂອງບໍລິສັດໃນໄຕມາດທີ2ຂອງປີນີ້ແມ່ນບັນລຸເຖິງ 17,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 273% ເມື່ີອທຽບໃສ່ໄລຍະດຽວກັນຂອງປີ2021 ເຊິ່ງຖືວ່າໄດ້ຮັບ ເກືອບ 2 ເທົ່າຂອງຜົນກຳໄລໃນໄຕມາດທີ 1 ຂອງປີນີ້.

ໃນຂະນະທີ່ໄດ້ຮັບຜົນກຳໄລຢ່າງຫຼວງຫຼາຍນັ້ນ, ບໍລິສັດພະລັງງານ ລາຍໃຫຍ່ກໍໄດ້ຖືກຫາງສຽງວິພາກວິຈານຢ່າງຫນັກ. ນັກວິເຄາະຊີ້ໃຫ້ເຫັນວ່າ: ອາເມຣິກາຍຸແຍ່ການປະທະກັນໃນພາກພື້ນ ແລະເພີ່ມທະວີມາດຕະການລົງ ໂທດຕໍ່ຣັດເຊຍຢ່າງຮອບດ້ານ,ແຕ່ໃນຄວາມເປັນຈິງແລ້ວແມ່ນການສວຍໂອກາດໃນຍາມວິກິດ ແລະສ້າງຮັ່ງຄູນມີໃນສົງຄາມ.