ທ່ານສີຈິ້ນຜິງກ່າວເນັ້ນໜັກໃຫ້ຊຸກຍູ້ສົ່ງເສີມລູກຫຼານປະຊາຊາດຈີນທັງພາຍໃນແລະຕ່າງປະເທດສາມັກຄີສູ້ຊົນຮ່ວມກັນ

2022-07-31 12:53:10 cri



ກອງປະຊຸມວຽກງານແນວໂຮມເອກະພາບຂັ້ນສູນກາງຂອງຈີນໄດ້ຈັດ ຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 29 ຫາ 30 ກໍລະກົດ 2022ນີ້. ທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດ ຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງ ຈີນໄດ້ກ່າວສູນທອນພົດສຳຄັນໃນກອງປະຊຸມໂດຍເນັ້ນໜັກວ່າ: ປີນີ້ ເປັນປີຄົບຮອບ 100 ປີທີ່ພັກເຮົາໄດ້ກຳນົດນະໂຍບາຍແນວໂຮມ ເອກະພາບຢ່າງຈະແຈ້ງ. ຕ້ອງຍຶດໝັ້ນທິດທາງທີ່ຖືກຕ້ອງໃນການພັດທະນາ ແນວໂຮມເອກະພາບຮັກຊາດ,ກຳແໜ້ນຈຸດພິກັດທາງປະຫວັດສາດຂອງແນວ ໂຮມເອກະພາບຮັກຊາດໃນຍຸກໃໝ່ນັ້ນໃຫ້ຖືກຕ້ອງ. ໜ້າທີ່ພື້ນຖານຂອງ ແນວໂຮມເອກະພາບຮັກຊາດໃນຍຸກໃໝ່ຄື: ຍຶດໝັ້ນຖືເອົາແນວຄິດສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນໃນຍຸກໃຫມ່ເປັນທິດຊີ້ນຳ, ຍຶດໝັ້ນການນຳພາຂອງພັກກອມມູນິດຈີນ, ຍຶດໝັ້ນເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ຊູຄັນທຸງຍິ່ງໃຫຍ່ແຫ່ງລັດທິຮັກຊາດ, ລັດທິສັງຄົມນິຍົມໃຫ້ສູງຂຶ້ນ, ຍຶດໝັ້ນຄວາມເປັນເອກະພາບກັນລະຫວ່າງລັກສະນະເອກະພາບກັບ ຄວາມຫຼາກຫຼາຍ, ຍຶດໝັ້ນປິ່ນອ້ອມໃຈ ກາງ, ຮັບໃຊ້ພາກສ່ວນລວມ, ຍຶດໝັ້ນກ້າວເດີນໄປຂ້າງໜ້າພ້ອມກັບຍຸກສະໄໝ, ຍຶດໝັ້ນທິດທາງທີ່ຖືກຕ້ອງແລະປະດິດສ້າງໃໝ່, ເພີ່ມທະວີການນຳພາດ້ານການ ເມືອງແນວຄິດ, ເສີມຂະຫຍາຍບົດບາດການເມືອງທີ່ເຕົ້າໂຮມຄວາມສາມັກຄີ ແລະ ເຕົ້າໂຮມກຳລັງແຮງສັງລວມ, ຊຸກຍູ້ຄວາມກົມກຽວກັນດ້ານການພົວພັນ ລະຫວ່າງພັກການເມືອງ, ການພົວພັນລະຫວ່າງຊົນເຜົ່າ, ການພົວພັນລະຫວ່າງ ສາສະໜາ, ການພົວພັນລະຫວ່າງຊັ້ນຄົນ, ການພົວພັນລະຫວ່າງພີ່ນ້ອງ ຮ່ວມຊາດ ທັງພາຍໃນແລະຕ່າງປະເທດ, ຊຸກຍູ້ສົ່ງເສີມໃຫ້ລູກຫຼານ ປະຊາຊາດຈີນທັງພາຍໃນແລະຕ່າງປະເທດສາ ມັກຄີແລະສູ້ຊົນຮ່ວມກັນ ເພື່ອເຕົ້າໂຮມກຳລັງແຮງສັງລວມອັນເຂັ້ມແຂງແນໃສ່ບັນລຸເປົ້າໝາຍການສ້າງປະເທດສັງຄົມນິຍົມທີ່ທັນສະໄໝແລະເຂັ້ມແຂງໃຫ້ສຳເລັດຮອບດ້ານແລະບັນລຸການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ.