ສື່ຍີ່ປຸ່ນ: ງົບປະມານປ້ອງກັນຊາດຂອງຍີ່ປຸ່ນໃນປີ2023ຈະບໍ່ກຳນົດເສັ້ນເພດານ

2022-07-31 16:11:08 cri


   ວັນທີ30ກໍລະກົດປີ2022ນີ້,ເວັບໄຊ“ໂຕກຽວຊິມບູນ”ຍີ່ປຸ່ນລາຍງານໃຫ້ຮູ້ວ່າ: ໃນກອງປະຊຸມຄະນະລັດຖະບານຊົ່ວຄາວທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້,ລັດຖະບານຍີ່ປຸ່ນໄດ້ຜ່ານຮັບຮອງທິດທາງພື້ນຖານກ່ຽວກັບບັນດາກະຊວງ ກະຊວງທະບວງ ກົມ ສະເໜີຄຳຮ້ອງຂໍງົບປະມານຂັ້ນຕົ້ນໃນປີ2023ຕໍ່ກະຊວງການເງິນ. ກອງປະຊຸມຕົກລົງວ່າ: ຄ່າປ້ອງກັນຊາດຈະບໍ່ກຳນົດເສັ້ນເພດານໂດຍຖືເປັນກໍລະນີພິເສດ ແລະຈະເປິກສາຫາລືກັນໃນເວລາສ້າງແຜນງົບປະມານໃນທ້າຍປີນີ້. ຕາມຂ່າວແຈ້ງວ່າ: ງົບປະມານປ້ອງກັນຊາດໃນປີ2023ຂອງຍີ່ປຸ່ນອາດຈະເພີ່ມຂຶ້ນຢ່າງຫຼວງຫຼາຍ.

   ມີນັກວິເຄາະເຫັນວ່າ: ຍີ່ປຸ່ນໄດ້ເພີ່ມງົບປະມານການທະຫານໂດຍຜ່ານການໂຄສະນາເກີນຄວາມຈິງກ່ຽວກັບສະຖານະການທີ່ເຄັ່ງຕຶງຢູ່ໃນພາກພື້ນອ້ອມຂ້າງຢ່າງບໍ່ຢຸດຢັ້ງນັ້ນ ດ້ານໜຶ່ງມີຈຸດປະສົງເພື່ອເພີ່ມທະວິສາຍພົວພັນພັນທະມິດຍີ່ປຸ່ນ-ອາເມຣິກາ,ອີກດ້ານໜຶ່ງກໍໄດ້ທ້າທາຍຄວາມສັກສິດຂອງລັດຖະທຳມະນູນສັນຕິພາບຂອງຍີ່ປຸ່ນດ້ວຍການກະທຳຕົວຈິງຢ່າງບໍ່ຢຸດຢັ້ງ.