ເປັນຫຍັງອາເມຣິກາບໍ່ຍິນດີຫຼຸດພາສີຕໍ່ຈີນ

2022-08-01 17:13:42 CRI

ຕອນເຊົ້າວັນທີ 28 ກໍລະກົດ 2022 ນີ້ຕາມເວລາທ້ອງຖິ່ນ, ກະຊວງການຄ້າອາເມຣິກາໄດ້ເຜີຍແຜ່ຕົວເລກຂໍ້ມູນເສດຖະກິດໄຕມາດທີ 2 ປີນີ້ ໂດຍສະແດງໃຫ້ເຫັນວ່າ, GDP ໃນໄຕມາດທີ 2 ປີນີ້ຂອງອາເມຣິກາໄດ້ຫຼຸດລົງ 0,9%. ສ່ວນໄຕມາດທຳອິດປີນີ້, GDP ຂອງອາເມຣິກາໄດ້ຫຼຸດລົງ 1,6%.

ເຖິງວ່າເຈົ້າໜ້າທີ່ລັດຖະບານອາເມຣິກາບໍ່ຍອມຮັບຄ່າເສດຖະກິດອາເມຣິກາໄດ້ຊຸດໂຊມລົງກໍຕາມ, ແຕ່ໜັງສືພິມ “ເດີ ກາດຽນ” ຂອງອັງກິດ, ວິທະຍຸສາກົນແຫ່ງຝຣັ່ງ ແລະ ສື່ມວນຊົນຕ່າງປະເທດຫຼາຍແຫ່ງໄດ້ພິມບົດຄວາມວ່າ, GDP ຂອງອາເມຣິກາໄດ້ຫຼຸດລົງເປັນສອງໄຕມາດລຽນຕິດ, ອາດເຫັນໄດ້ວ່າ, ເສດຖະກິດອາເມຣິກາໄດ້ປະກົດມີ “ການຊຸດໂຊມລົງລັກສະນະວິຊາການ”. ໃນຂະນະດຽວກັນ, ບົດລາຍງານຫຼ້າສຸດຂອງອົງການກອງທຶນເງິນຕາສາກົນ ຫຼື IMF ກໍໄດ້ປັບຫຼຸດຄາດໝາຍການເຕີບໂຕຂອງ GDP ອາເມຣິກາໃນໝົດປີ 2022 ນີ້.

ເພື່ອຕ້ານກັບລະດັບເງິນເຟີ້ທີ່ຖິບຕົວສູງຂຶ້ນຢ່າງວ່ອງໄວ, ວິສາຫະກິດ 27.000 ກວ່າແຫ່ງຢູ່ພາຍໃນປະເທດອາເມຣິກາໄດ້ຊື້ສິນຄ້າລາຄາຖືກທີ່ມີຄຸນນະພາບດີຂອງຈີນຢ່າງຫຼວງຫຼາຍ. ໃນຂະນະດຽວກັນ, ສຽງຮຽກຮ້ອງໃຫ້ຫຼຸດອັດຕາພາສີຕໍ່ສິນຄ້າທີ່ນຳເຂົ້າຈາກຈີນຢູ່ພາຍໃນປະເທດອາເມຣິກາກໍນັບມື້ນັບແຮງຂຶ້ນ. ຜົນການຄົ້ນຄວ້າຫຼ້າສຸດຂອງສະຖາບັນຄົ້ນຄວ້າເສດຖະກິດສາກົນປີເຕີຊັນຂອງອາເມຣິກາສະແດງໃຫ້ເຫັນວ່າ, ຖ້າອາເມຣິກາຍົກເລີກອັດຕາພາສີເພີ່ມຕື່ມຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ, CPI ຂອງອາເມຣິກາຈະຫຼຸດລົງ 1,3% ເມື່ອທຽບໃສ່ຕົວເລກໃນປັດຈຸບັນ.

ໃນປີ 2021, ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາໄດ້ກ່າວຢູ່ສະຖານທີ່ຕ່າງກັນແຕ່ເປັນຄຳດຽວຫຼາຍຄັ້ງແລ້ວວ່າ, ການຫຼຸດອັດຕາພາສີຕໍ່ຈີນຈະຊ່ວຍໃຫ້ຫຼຸດຜ່ອນລະດັບເງິນເຟີ້ຂອງອາເມຣິກາໃຫ້ຕ່ຳລົງ; ວັນທີ 18 ພຶດສະພາປີນີ້, ສະຫະພັນຂາຍຍ່ອຍທົ່ວປະເທດອາເມຣິກາໄດ້ຮຽກຮ້ອງໃຫ້ລັດຖະບານໂຈ ໄບເດັນ ຫຼຸດ ຫຼືຍົກເລີກພາສີຕໍ່ຈີນ ເພື່ອຮັບມືກັບອັດຕາເງິນເຟີ້ສູງຂອງອາເມຣິກາ.

ແຕ່ວ່າ, ລັດຖະບານອາເມຣິກາພັດບໍ່ໄດ້ປະຕິບັດມາດຕະການທີ່ກ່ຽວຂ້ອງ. ສື່ມວນຊົນອາເມຣິກາວິເຄາະວ່າ, ຄຽງຄູ່ກັບການເລືອກຕັ້ງໄລຍະກາງໃກ້ຈະໝູນວຽນມາເຖິງ, ພັກເດໂມແຄຣດຕ້ອງການການສະໜັບສະໜູນຈາກສະຫະພັນແຮງງານ, ແຕ່ວ່າ, ສະຫະພັນແຮງງານອາເມຣິກາໄດ້ສືບຕໍ່ໃຊ້ຄວາມກົດດັນໃນບັນຫາພາສີຕໍ່ຈີນ. ນອກນີ້, ພັກຣີພັບບຣິກກໍໄດ້ກ່າວຕຳໜິລັດຖະບານໂຈ ໄບເດັນ ດ້ວຍຂໍ້ອ້າງທີ່ວ່າ “ໄດ້ປະຕິບັດນະໂຍບາຍອ່ອນໂຍນຕໍ່ຈີນ”. ໂດຍພິຈາລະນາເຖິງຜົນປະໂຫຍດສ່ວນບຸກຄົນ ແລະ ພັກການເມືອງ, ລັດຖະບານອາເມຣິກາໄດ້ສືບຕໍ່ເກັບພາສີສູງຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ, ໃນການຊັ່ງຊາຕີລາຄາຜົນປະໂຫຍດສ່ວນບຸກຄົນ ແລະ ຜົນປະໂຫຍດສາທາລະນະ, ເປັນທີ່ຈະແຈ້ງແລ້ວວ່າ, ລັດຖະບານໂຈ ໄບເດັນໄດ້ເລືອກເອົາຜົນປະໂຫຍດສ່ວນບຸກຄົນ.

ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ພາຍໃຕ້ສະພາບການທີ່ອາເມຣິກາໄດ້ຂຶ້ນອັດຕາພາສີຕໍ່ສິນຄ້າທີ່ນຳເຂົ້າຈາກຈີນເລື້ອຍໆ,  ໃນ 6 ເດືອນຕົ້ນປີນີ້, ອາເມຣິກາໄດ້ເສຍປຽບດຸນການຄ້າ 200 ຕື້ໂດລາສະຫະລັດໃນການຄ້າກັບຈີນ. ເລື່ອງຈິງພິສູດໃຫ້ເຫັນວ່າ, ມີແຕ່ຈີນຈິ່ງມີຄວາມສາມາດສົ່ງສິນຄ້າໄປອາເມຣິກາຢ່າງບໍ່ຂາດສາຍ ແລະ ກໍມີແຕ່ສິນຄ້າຈີນຈິ່ງຈະສາມາດຊ່ວຍອາເມຣິກາສະກັດກັ້ນລະດັບເງິນເຟີ້ທີ່ຖີບຕົວສູງຂຶ້ນເລື້ອຍໆ. ອາເມຣິກາບໍ່ໄດ້ຫຼຸດອັດຕາພາສີຕໍ່ສິນຄ້າທີ່ນຳເຂົ້າຈາກຈີນ, ມີແຕ່ຈະເຮັດໃຫ້ເສດຖະກິດອາເມຣິກາຊຸດໂຊມລົງໄວກວ່າເກົ່າເທົ່ານັ້ນ ແລະ ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນອາເມຣິກາເດືອດຮ້ອນກວ່າເກົ່າອີກ.