ອາເມຣິກາກາຍເປັນປະເທດທີ່ກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຫຼາຍທີ່ສຸດຢູ່ໃນໂລກ

2022-08-01 16:56:59 cri

ຕາມສື່ມວນຊົນອາເມຣິກາລາຍງານວ່າ: ໃນອາທິດທີ່ຜ່ານມາ, ກໍລະນີຕິດເຊື້ອພະຍາດໝາກສຸກລີງຢູ່ອາເມຣິກາໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ອີງຕາມຂໍ້ມູນທີ່ເປີດເຜີຍໂດຍສູນປ້ອງກັນ ແລະຄວບຄຸມພະຍາດອາເມຣິກາສະແດງໃຫ້ເຫັນວ່າ: ອາເມຣິກາໄດ້ກາຍເປັນປະເທດທີ່ກວດພົບຜູ້ຕິດເຊື້ອພະຍາດໝາກສຸກລີງຫຼາຍທີ່ສຸດຢູ່ໃນໂລກ.

ວັນທີ 29 ກໍລະກົດຜ່ານມານີ້, ຢູ່ທົ່ວປະເທດອາເມຣິກາ ມິລາຍງານພົບຜູ້ຕິດເຊື້ອພະຍາດໝາກສຸກລີງ 5.189 ກໍລະນີ, ໃນນັ້ນ, ຢູ່ລັດນິວຢອກມີຜູ້ຕິດເຊື້ອຫຼາຍທີ່ສຸດ 1.345 ກໍລະນີ ເຊິ່ງກວມເອົາຫຼາຍກວ່າ 1/4 ຂອງກໍລະນີຕິດເຊື້ອພະຍາດໝາກສຸກລີງຢູ່ທົ່ວປະເທດອາເມຣິກາ. ຮອງລົງມາແມ່ນລັດກາລິໂຟເນຍ 799 ກໍລະນີ. ກ່ອນໜ້ານີ້, ທ່ານນາງລອນດອນ ບຣີດ ເຈົ້າຄອງນະຄອນຊານຟຣານຊິສໂກ ລັດກາລິໂຟເນຍ ໄດ້ປະກາດໃຫ້ທົ່ວນະຄອນຊານຟຣານຊິສໂກເຂົ້າສູ່ພາວະສຸກເສີນເລີ່ມແຕ່ວັນທີ 1 ສິງຫານີ້ເປັນຕົ້ນໄປ ເພື່ອເລັ່ງຮັບມືກັບການແຜ່ລະບາດຂອງເຊື້ອພະຍາດໝາກສຸກລີງ,