ປະທານາທິບໍດີອານເຊຣີກ່າວວ່າປະເທດຕົນອາດຈະເຂົ້າເປັນສະມາຊິກອົງການບຣິກສ໌

2022-08-01 10:57:30 cri


ຕອນຄ່ຳວັນທີ 31 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ທ່ານອາບດຸນມັດຈິດ ເທບຸນ ປະທານາທິບໍດີອານເຊຣີກ່າວວ່າ, ອານເຊຣີອາດຈະເຂົ້າເປັນສະມາຊິກອົງການບຣິກສ໌.

ທ່ານເທບຸນ ກ່າວວ່າ, ຢາກເຂົ້າເປັນສະມາຊິກອົງການບຣິກສ໌ຕ້ອງມີເງື່ອນໄຂ, ແຕ່ວ່າປະເທດຕົນແມ່ນສອດຄ່ອງກັບເງື່ອນໄຂທີ່ເຂົ້າເປັນສະມາຊິກອົງການບຣິກສ໌ ຫຼາຍສົມຄວນ.

ທ່ານເທບຸນ ກ່າວຕື່ມວ່າ: ອົງການບຣິກສ໌ ມີຄວາມສົນໃຈຫຼາຍຕໍ່ອານເຊຣີ, ເພາະວ່າອານເຊຣີແມ່ນ “ກຳລັງເສດຖະກິດແລະການເມືອງ” ທີ່ສຳຄັນ.