ຮອງລັດຖະມົນຕີກະຊວງການຕ່າງປະເທດຣີຣານກ່າວວ່າ: ອີຣານພວມຮ່ວມມືກັບຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍາຮອບດ້ານບັນຫານິວເຄຣຍອີຣານເພື່ອສະໜອງ “ໂອກາດສະແດງທ່າທີທີ່ດີ” ໃຫ້ແກ່ອາເມຣິກາ

2022-08-01 10:59:46 cri

ວັນທີ 31 ກໍລະກົດ 2022 ຕາມເວລາທ້ອງຖິ່ນ, ທ່ານບາເກຣິ ຮອງລັດຖະມົນຕີກະຊວງການຕ່າງປະເທດອີຣານທັງເປັນຫົວໜ້າຜູ້ຕາງໜ້າການເຈລະຈາກ່ຽວກັບບັນຫານິວເຄຣຍອີຣານ ກ່າວຜ່ານສື່ສັງຄົມອອນລາຍວ່າ, ອີຣານພວມຮ່ວມມືຢ່າງໃກ້ຊິດກັບຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍາຮອບດ້ານບັນຫານິວເຄຣຍອີຣານ, ໂດຍສະເພາະແມ່ນສະຫະພາບເອີຣົບ, ເພື່ອສະໜອງ “ໂອກາດສະແດງທ່າທີທີ່ດີແລະຄວາມຮັບຜິດຊອບ” ອີກຄັ້ງໜຶ່ງໃຫ້ແກ່ອາເມຣິກາ. ທ່ານກ່າວວ່າ, ຖ້າວ່າອາເມຣິກາກຽມພ້ອມແລ້ວ, ອີຣານກໍໄດ້ກຽມພ້ອມແລ້ວຈະສຳເລັດການເຈລະຈາໃນໄລຍະສັ້ນ.

ທ່ານບາເກຣີ ເນັ້ນໜັກວ່າ, ອີຣານໄດ້ສົ່ງເນື້ອໃນແລະແນວຄວາມຄິດຈຳນວນໜຶ່ງໃຫ້ແກ່ຝ່າຍທີ່ກ່ຽວຂ້ອງ, ເພື່ອສ້າງເງື່ອນໄຂທີ່ດີໃຫ້ແກ່ການແກ້ໄຂບັນຫາໂດຍໄວ. ນອກນີ້ອີຣານເນັ້ນໜັກວ່າ, ອາເມຣິກາຄວນແກ້ໄຂສະຖານະການທີ່ສັບສົນແລະມີລັກສະນະທຳລາຍຍ້ອນອາເມຣິກາຖອນອອກຈາກສັນຍາຮອບດ້ານກ່ຽວກັບບັນຫານິວເຄຣຍອີຣານແຕ່ພຽງຝ່າຍດຽວ.