ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງທ່ານສີຈິ້ນຜິງຢູ່ຊຽງໄຮ້ພາກທີ 2: ຕ້ອງບໍລິການສະມາຊິກພັກ ຍິ່ງຕ້ອງສຶກສາອົບຮົມສະມາຊິກພັກ

2022-08-01 15:24:17 cri

 

ທ່ານສີຈິ້ນຜິງຫາກໍ່ໄປຮອດຊຽງໄຮ້, ເພິ່ນໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວ ຂ້ອງຈັດວາງການສຳຫຼວດຄົ້ນຄວ້າວຽກງານກໍ່ສ້າງພັກໂດຍໄວ. ຄະນະ ຈັດຕັ້ງຂອງຄະນະພັກນະຄອນຊຽງໄຮ້ແນະນຳໃຫ້ເພິ່ນໄປກຸ່ມບໍລິສັດລົດຍົນ ຊຽງໄຮ້ເພື່ອສຳຫຼວດຄົ້ນຄວ້າການກໍ່ສ້າງພັກຂອງລັດວິສາຫະກິດ ແລະໄປເມືອງ ຈິ້ງອ່ານເພື່ອສຳຫຼວດຄົ້ນຄວ້າການກໍ່ສ້າງພັກຂອງເຂດຊຸມຊົນເຊິ່ງລວມທັງການກໍ່ສ້າງພັກຢູ່ຕຶກອາຄານທຸລະກິດ ແລະ “2ອົງການໃໝ່”. ຕໍ່ກັບຄຳແນະນຳນີ້, ທ່ານສີຈິ້ນຜິງຮູ້ສຶກເພິ່ງພໍໃຈທີ່ສຸດ ເພາະເຫັນວ່າມັນໄດ້ສ່ອງແສງເຖິງຈຸດພິເສດ ຂອງຊຽງໄຮ້.

 

ວັນທີ 17 ເມສາ2007, ຢູ່ຊຽງໄຮ້ມີຝົນຕົກແຮງຫຼາຍ. ທ່ານສີຈິ້ນຜິງໄດ້ແຂ່ງຝົນເດີນທາງໄປສຳຫຼວດຄົ້ນຄວ້າວຽກງານຢູ່ເມືອງຈິ້ງອ່ານ.

 

  ເພິ່ນໄດ້ໄປເຖິງກຸ່ມບໍລິສັດລົດຍົນຊຽງໄຮ້ເປັນບ່ອນທຳອິດ.

 

  ທ່ານໂມຟີ ສັນຊາດຕ່າງປະເທດເຊິ່ງເປັນຮອງປະທານບໍລິຫານງານ ຂອງກຸ່ມບໍລິສັດ ລົດຍົນຊຽງໄຮ້ໃນເວລານັ້ນໄດ້ບອກທ່ານສີຈິ້ນຜິງວ່າ: “ສະມາຊິກພັກກອມມູນິດ ເປັນກຸ່ມຄົນທີ່ມີຄວາມຮັບຜິດຊອບສູງທ່ີ່ສຸດ ແລະເປັນພະນັກງານທີ່ດີທີ່ສຸດໃນບໍ ລິສັດ. ” ທ່ານສີຈິ້ນຜິງຮັບຟັງແລ້ວແມ່ນດີໃຈຫຼາຍ.

 

ຫຼັງຈາກນັ້ນ, ທ່ານສີຈິ້ນຜິງໄດ້ກັ້ງຄັນຮົ່ມເດີນທາງໄປສູນບໍລິການສະມາຊິກ ພັກເຂດຊຸມຊົນຈ່ຽງນິງລູ້. ເພິ່ນໄດ້ຈັບມືກັບທຸກຄົນຢູ່ທີ່ນັ້ນ.

 

ຜູ້ຮັບຜິດຊອບຂອງເຂດຊຸມຊົນໄດ້ແນະນຳໃຫ້ທ່ານສີຈິ້ນຜິງຮູ້ວ່າ: ເພື່ອເສີມ ຂະຫຍາຍຖັນແຖວຜູ້ປະຕິບັດວຽກງານສັງຄົມຂອງພັກ, ເມືອງຈິ້ງອ່ານໄດ້ຄົ້ນ ຄວ້າແລະສ້າງຕັ້ງກົນໄກກໍ່ສ້າງຖັນແຖວຜູ້ມີຄວາມຮູ້ຄວາມສາມາດທີ່ຮັບສະໝັກຈາກສັງຄົມ, ຝຶກອົບຮົມແບບວິຊາການ, ຄຸ້ມຄອງຕາມສັນຍາ, ປະຕິບັດງານແບບ ມືອາຊີບ. ທ່ານນາງ ເຖິງເສຍຈິນ ເລຂາໜ່ວຍພັກຜູ້ເຮັດວຽກສະມາຊິກພັກແລະ ມະຫາຊົນຖະໜົນຈ່ຽງນິງລູ້ ໃນເວລານັ້ນ ລາວກໍແມ່ນໜຶ່ງໃນຜູ້ເຮັດວຽກສະມາຊິກ ພັກແລະມະຫາຊົນໂດຍເປັນຜູ້ປະຈຳການເຂດຊຸມຊົນຊຸດທຳອິດຢູ່ເມືອງຈິ້ງອ່ານທີ່ໄດ້ຮັບສະໝັກຈາກສັງຄົມ.

 

ເມື່ອທ່ານສີຈິ້ນຜິງໄດ້ຮັບຟັງສະພາບການນີ້ແລ້ວ, ເພິ່ນກໍ່ສອບຖາມທ່ານນາງ ເຖິງເສຍຈິນດ້ວຍຄວາມເອົາໃຈໃສ່ວ່າ: “ເງື່ອນໄຂເຮັດວຽກຢູ່ສູນບໍລິການສະມາ ຊິກພັກເປັນແນວໃດ?”

 

ທ່ານນາງເຖິງເສຍຈິນຕອບວ່າ: “ທາງເມືອງແລະເຂດຊຸມຊົນຕ່າງກໍ ໄດ້ໃຫ້ຄວາມສຳຄັນທີ່ສຸດ, ໂດຍໄດ້ສ້າງສະພາບແວດລ້ອມການເຮັດວຽກ ທີ່ດີຫຼາຍໃຫ້ກັບພວກເຮົາ.”

 

ທ່ານສີຈິ້ນຜິງຖາມຕື່ມດ້ວຍຄວາມເປັນກັນເອງວ່າ: “ຮູບແບບການປະຕິບັດ ວຽກງານກໍ່ສ້າງພັກຂອງພວກສະຫາຍເປັນຄືແນວໃດ? ໜ້າທີ່ວຽກງານ ແມ່ນຫຍັງ?”

 

ທ່ານນາງເຖິງເສຍຈິນຕອບວ່າ: “ສູນບໍລິການພວກເຮົາແມ່ນດຳເນີນວຽກ ງານພາຍໃຕ້ການນຳພາຂອງຄະນະກຳມະການວຽກງານພັກເຂດຊຸມຊົນ, ມີໜ້າທີ່ຢ່າງຈະ ແຈ້ງທີ່ສຸດ ຄື ຕ້ອງເຂົ້າເຖິງຕຶກອາຄານ ເພື່ອເຕົ້າໂຮມຄວາມສາມັກຄີຂອງ ສະມາຊິກພັກ, ຮັບໃຊ້ພະນັກງານຢູ່ຫ້ອງການ, ຈັດຕັ້ງກິດຈະກຳປະເພດຕ່າງໆ.”

ທ່ານສີຈິ້ນຜິງຮັບຊຟັງແລ້ວກໍງຶກຫົວພ້ອມທັງກ່າວວ່າ: “ແຕ່ກ່ອນ,ຂ້າພະເຈົ້າເຮັດວຽກ ຢູ່ແຂວງເຈີ້ຈ່ຽງ, ຈຸດສຸມການກໍ່ສ້າງພັກຢູ່ຂັ້ນຮາກຖານຂອງນະຄອນຫັງໂຈ່ວ ແມ່ນຢູ່ນຳເຂດນິຄົມ, ແຕ່ກໍລະນີຂອງຊຽງໄຮ້ແມ່ນແຕກຕ່າງກັນ, ຈຸດສຸມຂອງການ ກໍ່ສ້າງພັກ ແມ່ນຢູ່ນຳຕຶກອາຄານ, ຫວັງວ່າພວກສະຫາຍຈະເຮັດວຽກ ກໍ່ສ້າງພັກໃຫ້ດີກວ່າເກົ່າ!”

 

ບ່ອນຕໍ່ໄປທີ່ທ່ານສີຈິ້ນຜິງສຳຫຼວດຄົ້ນຄວ້າວຽກງານໃນຄັ້ງນັ້ນແມ່ນຕຶກວິສາຫະກິດຈົ່ງຮວາ.


 

ວັນທີ 17 ເມສາ2007,ທ່ານສີຈິ້ນຜິງສຳຫຼວດຄົ້ນຄວ້າວຽກງານຢູ່ຕຶກວິສາຫະກິດຈົ່ງຮວາເມືອງຈິ້ງອ່ານ

 

ຈຸດປະສົງກໍເພື່ອສຳຫຼວດກວດກາເບິ່ງຕົວຈິງວ່າ ໜ່ວຍພັກແມ່ນສ້າງຕັ້ງຂຶ້ນ ຢູ່ຕຶກອາຄານຄືແນວໃດ?

 

“ເສດຖະກິດຕຶກອາຄານ” ເປັນຮູບແບບເສດຖະກິດຂອງຊຽງໄຮ້ໃນຖານະ ເປັນມະຫາຕົວເມືອງທີ່ມີລັກສະນະເປັນຕົວຢ່າງພົ້ນເດັ່ນ, ຢູ່ໃນຕຶກອາຄານ ທຸລະກິດປະເພດຕ່າງໆໄດ້ເຕົ້າໂຮມກຸ່ມຄົນຊາວໜຸ່ມຈຳນວນຫຼວງຫຼາຍທີ່ມີລະດັບການສຶກສາສູງ, ມີເຕັກນິກຄວາມສາມາດສູງແລະມີລາຍໄດ້ສູງ. ແຕ່ວ່າຢູ່ຊຽງໄຮ້ ໃນເວລານັ້ນ, ມີສະມາຊິກພັກຂອງອົງການເສດຖະກິດໃໝ່ແລະອົງການ ຈັດຕັ້ງ ທາງສັງຄົມໃໝ່ ຫຼືເອີ້ນຫຍໍ້ວ່າ “2ອົງການໃໝ່” ຈຳນວນຫຼາຍບໍ່ໄດ້ແຈ້ງຖານະ ຂອງຕົນ ຈົນໄດ້ກາຍເປັນ “ສະມາຊິກພັກເລື່ອນລອຍ”. ຂະນະດຽວກັນ, ກໍມີສະມາ ຊິກພັກຈຳນວນໜຶ່ງສ່ອງແສງວ່າ, ການຈັດຕັ້ງພັກສ່ວນຫຼາຍບໍ່ໄດ້ປົກຄຸມ ເຂດແຄວ້ນທີ່ໂຮມສູນ “2ອົງການໃໝ່” ໃນຕຶກອາຄານແລະເຂດນິຄົມເປັນຕົ້ນ.

 

ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປຕຶກອາຄານ ແລ້ວເດີນທາງໄປເຖິງບໍລິສັດ ອຸປະກອນລີ້ຊິ່ນຊຽງໄຮ້ຈຳກັດ ເຊິ່ງເປັນບໍລິສັດນັກທຸລະກິດຮົງກົງລົງທຶນຜູ້ດຽວ. ຢູ່ບໍລິສັດແຫ່ງນີ້, ຂໍແຕ່ເປັນບ່ອນເຮັດວຽກຂອງສະມາຊິກພັກ, ຕ່າງກໍໄດ້ແຂວນ ປ້າຍ “ຕຳແໜ່ງແບບຢ່າງນຳໜ້າ”, ເຊິ່ງມາດຕະການນີ້ບໍ່ພຽງແຕ່ໄດ້ ແຈ້ງຖາ ນະສະມາຊິກພັກເທົ່ານັ້ນ, ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະເສີມ ຂະຫຍາຍບົດບາດ ແບບຢ່າງນຳໜ້າອີກດ້ວຍ. ທ່ານສີຈິ້ນຜິງໄດ້ຍ່າງເຂົ້າໄປຢືນຢູ່ທ່າມກາງບັນ ດາສະມາຊິກພັກທັງຫຼາຍແລະໂອ້ລົມສົນທະນາກັບເຂົາເຈົ້າຢ່າງສະໜິດສະໜົມ.  ຫຼັງຈາກນັ້ນ, ເພິ່ນໄດ້ກວດເບິ່ງສະຖານທີ່ຈັດກິດຈະກຳຂອງສະມາຊິກພັກ ໃນບໍລິສັດ, ພ້ອມທັງອ່ານລາຍລະອຽດກ່ຽວກັບເນື້ອໃນປ້າຍແຈ້ງຂໍ້ມູນຂ່າວສານ ຂອງສະມາຊິກພັກ. ທ່ານສີຈິ້ນຜິງຍັງໄດ້ສອບຖາມອີກວ່າ: ເລຂາໜ່ວຍ ພັກຂອງບໍລິສັດເປັນຜູ້ປະຈຳການບ່ໍ, ໜ່ວຍພັກໄດ້ດຳເນີນກິດຈະກຳຫຍັງແດ່ ແລະສະພາບການອື່ນໆອີກ.

 

ການສຳຫຼວດຄົ້ນຄວ້າວຽກງານຂອງທ່ານສີຈິ້ນຜິງມັນບໍ່ແມ່ນການເລາະເບິ່ງແບບທົ່ວໄປຊື່ໆ,ສິ່ງທີ່ເພິ່ນເອົາໃຈໃສ່ຫຼາຍກວ່ານັ້ນແມ່ນພົບບັນຫາຢ່າງທັນການແລະຊອກຫາວິທີແກ້ໄຂໂດຍໄວ.

 

ທ່ານສີຈິ້ງຜິງພົບວ່າ: ສິ່ງທີ່ສູນບໍລິການສະມາຊິກພັກເຂດຊຸມຊົນໄດ້ເນັ້ນ ໜັກຫຼາຍທີ່ສຸດກໍແມ່ນບົດບາດການບໍລິການ.ໃນໄລຍະການສຳຫຼວດຄົ້ນຄວ້າ ວຽກງານຢູ່ເມືອງຈິ້ງອ່ານ, ທ່ານສີຈິ້ນຜິງກໍໄດ້ເວົ້າກັບສະຫາຍຂອງຄະນະຈັດຕັ້ງຄະນະພັກນະຄອນຊຽງໄຮ້ທີ່ໄດ້ເປັນເພື່ອນຮ່ວມທາງວ່າ: “ເຂົ້າເປັນສະມາ ຊິກພັກແລ້ວບໍ່ພຽງແຕ່ຈະຮັບເອົາຄວາມເອົາໃຈໃສ່ແລະການບໍລິການຈາກການຈັດຕັ້ງເທົ່ານັ້ນ, ຍິ່ງຕ້ອງຮັບເອົາການສຶກສາອົບຮົມຈາກການຈັດຕັ້ງອີກດ້ວຍ.” ຕາມຄຳຮຽກຮ້ອງຂອງທ່ານສີຈິ້້ນຜິງ, ຄະນະຈັດຕັ້ງຂອງຄະນະພັກນະຄອນ ຊຽງໄຮ້ໄດ້ປັບປຸງພາລະບົດບາດຂອງສູນບໍລິການສະມາຊິກພັກເຂດຊົມຊົນຄື: ບົນພື້ນຖານພາລະ ບົດບາດທີ່ມີຢູ່ແລ້ວເຊັ່ນ: ເປັນສະຖານທີ່ຮັບເອົາສະມາຊິກ ພັກເຄື່ອນທີ່, ເປັນບ່ອນບຳລຸງສ້າງການ ຈັດຕັ້ງພັກຂອງ “2ອົງການໃໝ່”, ເປັນເວທີແບ່ງປັນຊັບພະຍາກອນ ການກໍ່ສ້າງພັກ, ເປັນບ້ານເຮືອນທີ່ອົບອຸ່ນ ໃນການເຕົ້າໂຮມຄວາມສາມັກຄີຂອງສະມາຊິກພັກ, ເປັນປ່ອງຢ້ຽມສຳຄັນ ແຫ່ງການບໍລິການມະຫາຊົນ,ນອກຈາກນີ້ແລ້ວຍັງໄດ້ເພີ່ມໃຫ້ມີພາລະບົດບາດ ອີກ 5 ດ້ານເຊັ່ນ: ເປັນສູນສຶກສາອົບຮົມສະມາຊິກພັກ, ເປັນສູນຈັດກິດຈະກຳ ການກໍ່ສ້າງພັກ,ເປັນສູນຊີ້ນຳການກໍ່ສ້າງພັກຂັ້ນຮາກຖານແລະອື່ນໆ.

 

ຫຼັງຈາກສຳຫຼວດຄົ້ນຄວ້າວຽກງານຢູ່ເມືອງຈິ້ງອ່ານໄດ້ 5 ມື້ແລ້ວ,  ທ່ານສີຈິ້ນຜິງໄດ້ຮັບຟັງຄວາມຄິດເຫັນແລະຂໍ້ສະເໜີຂອງເລຂາຄະນະພັກກົງຈັກຕ່າງໆໃນທົ່ວນະຄອນຊຽງໄຮ້ທີ່ມີຕໍ່ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວນະຄອນຊຽງໄຮ້ຄັ້ງທີ 9 ຂອງພັກກອມມູນິດຈີນ. ຢູ່ທີ່ປະຊຸມ, ທ່່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ໃນບົດລາຍ ງານການເມືອງສະບັບຕົ້ນ,  ເນື້ອໃນກ່ຽວກັບວຽກງານກໍ່ສ້າງພັກຂອງ “2ອົງການໃໝ່” ແມ່ນກວມອັດຕາສ່ວນບໍ່ຫຼາຍເທົ່າທີ່ຄວນ, ສະນັ້ນ, ທ່ານໄດ້ ສະເໜີອອກມາວ່າ: “ການກໍ່ສ້າງພັກຂອງ“2ອົງການໃໝ່” ແມ່ນຕ້ອງສືບທອດບົດຮຽນທີ່ລ້ຳຄ່າຈຳນວນໜຶ່ງໃນຂະບວນການກໍ່ສ້າງພັກ, ໃນຂະນະດຽວກັນຕ້ອງສຶກສາຄົ້ນຄວ້າວິທີການໃໝ່ໃນສະພາບການໃໝ່,ຕ້ອງປະຕິບັດວຽກງານກໍ່ສ້າງການຈັດຕັ້ງຮາກຖານຂອງພັກໃຫ້ດີດ້ວຍຈິດໃຈປະຕິຮູບ. ” ຕໍ່ມາ, ໃນບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຜູ້ແທນທົ່ວນະຄອນຊຽງໄຮ້ຄັ້ງທີ 9ຂອງພັກທີ່ໄດ້ຕົກລົງຢ່າງເປັນທາງການນັ້ນກໍໄດ້ເພີ່ມເນື້ອໃນດັ່ງກ່າວນີ້ເຂົ້າໄປ.

 

ໃນໄລຍະທີ່ເຮັດວຽກຢູ່ຊຽງໄຮ້ເປັນເວລາພຽງແຕ່ 7 ເດືອນນັ້ນ, ທ່ານສີຈິ້ນຜິງ ໄດ້ໄປຮອດໄປເຖິງທົ່ວ 19 ເຂດເມືອງໃນນະຄອນ. ການສຳຫຼວດຄົ້ນຄວ້າວຽກ ງານໃນແຕ່ລະເທື່ອເຖິງຈະມີຈຸດສຸມທີ່ຕ່າງກັນກໍຕາມ, ແຕ່ວ່າ ການເພີ່ມທະວີການ ກໍ່ສ້າງພັກຂັ້ນຮາກຖານ ແມ່ນຫົວຂໍ້ທີ່ທ່ານສີຈິ້ງຜິງຕ້ອງເວົ້າເຖິງ, ບໍ່ພຽງແຕ່ ເທົ່ານັ້ນ, ການສຳຫຼວດຄົ້ນຄວ້າວຽກງານເກືອບວ່າທຸກເທື່ອທ່ານກໍໄດ້ວາງຂໍ້ຮຽກ ຮ້ອງລະອຽດທີ່ມີລັກສະນະເບິ່ງກວ້າງມອງໄກກ່ຽວກັບວຽກງານກໍ່ສ້າງພັກ.

 

ວັນທີ 11 ກັນຍາປີ2007, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດ ຄົ້ນຄວ້າວຽກງານຢູ່ເມືອງສາງນິງ ເຊິ່ງເປັນເມືອງສຸດທ້າຍທີ່ເພິ່ນໄດ້ສຳຫຼວດ ຄົ້ນຄວ້າວຽກງານໃນ 19 ເຂດເມືອງຂອງຊຽງໄຮ້. ໃນການສຳຫຼວດຄົ້ນຄວ້າ ຄັ້ງນັ້ນ, ທ່ານສີຈິ້ນຜິງໄດ້ມີຂໍ້ຮຽກຮ້ອງອີກຄັ້ງໜຶ່ງຕໍ່ກັບວຽກງານກໍ່ສ້າງພັກ ຢູ່ເຂດຊຸມຊົນ.

 

 ມື້ນັ້ນ, ທ່ານສີຈ້ິ້ນຜິງໄດ້ເດີນທາງໄປເຖິງເຂດຊຸມຊົນຖະຫນົນຮວາຢາງ, ນອກ ຈາກສະແດງຄວາມຊົມເຊີຍແລະໃຫ້ກຳລັງໃຈຢ່າງເຕັມສ່ວນແລ້ວ, ທ່ານຍັງ ໄດ້ສະເໜີອອກມາວ່າ: “ບັນດາສະຫາຍຕ້ອງຊອກສະແຫວງຫາຢ່າງບໍ່ຢຸດຢັ້ງວ່າ ຍັງມີບ່ອນໃດແດ່ທີ່ຍັງບໍ່ທັນແທດເໝາະ,ຄົ້ນຄວ້າຢ່າງບໍ່ລົດລະກ່ຽວກັບວິທີການແລະ ຊ່ອງທາງໃນການເສີມຂະຫຍາຍບົດບາດຂອງສະມາຊິກພັກ, ກະຕຸ້ນຄວາມຫ້າວ ຫັນຂອງສະມາຊິກພັກຕື່ມອີກ, ປະດິດສ້າງແລະປັບປຸງໃຫ້ສົມບູນຂຶ້ນຢ່າງບໍ່ຢຸດ ຢັ້ງ. ອີກຢ່າງຫນຶ່ງ, ບົດຮຽນທີ່ດີ, ຄະນະພັກນະຄອນຕ້ອງ ສະຫຼຸບ ແລະ ເຜີຍແຜ່ຢ່າງທັນການ.”

 

 ທ່ານສີຈິ້້ນຜິງໄດ້ເຕືອນຜູ້ຮັບຜິດຊອບການຈັດຕັ້ງພັກທຸກຂັ້ນເລື້ອຍໆ ວ່າ: “ຕ້ອງຜ່ານຈາກການສ້າງສະພາບການໃໝ່ແຫ່ງວຽກງານກໍ່ສ້າງພັກຂັ້ນຮາກ ຖານທີ່ ໜ່ວຍງານ, ເຂດແຄ້ວນແລະຂະແໜງການຮ່ວມສຳພັນ,ຊ່ວຍ ຊູຍູ້ໜູນ ແລະແລກປ່ຽນກັນໃນດ້ານການກໍ່ສ້າງພັກ, ເພື່ອເຮັດໃຫ້ວຽກງານຂອງພັກປົກ ຄຸມໄປທົ່ວທຸກຂົງເຂດແຫ່ງການພັດທະນາເສດຖະກິດສັງຄົມຢ່າງທົ່ວເຖິງ.”

 

ເດືອນກໍລະກົດ2022, ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານກໍ່ສ້າງພັກຂັ້ນຮາກຖານໃນຕົວເມືອງທົ່ວປະເທດຈີນທີ່ຈັດຂຶ້ນຢູ່ຊຽງໄຮ້, ຄະນະ ຈັດຕັ້ງສູນກາງພັກກອມມູນິດຈີນໄດ້ສະເໜີອອກມາວ່າ: ຕ້ອງເພີ່ມທະວີພາລະ ບົດບາດດ້ານການປະສານງານຂອງການຈັດຕັ້ງພັກເຂດຊຸມຊົນ,ຊຸກຍູ້ການກໍ່ ສ້າງພັກຂອງຖະໜົນ,ເຂດຊຸມຊົນ, ໜ່ວຍງານ, ຂະແໜງການໃຫ້ເຊື່ອມໂຍງ ເຊື່ອມຈອດກັນ, ເປີດກວ້າງຂອບເຂດການປົກຄຸມຂອງການກໍ່ສ້າງພັກ ໃນຂົງເຂດຈະເລີນໃໝ່ເຊັ່ນ: ຕຶກອາຄານທຸລະກິດ, ເຂດນິຄົມຕ່າງໆ, ສູນການ ຄ້າກັບຕະຫຼາດ, ຂະແໜງການອິນເຕີເນັດແລະອື່ນໆ, ບູລະນະລະບົບ ຮ່ວມສຳພັນ ປະຕິບັດການຂອງການຈັດຕັ້ງພັກ 4 ຂັ້ນຄື ນະຄອນ, ເມືອງ, ຖະໜົນ,ເຂດຊຸມຊົນ. ຈາກສິ່ງນີ້ໄດ້ສະແດງໃຫ້ເຫັນວ່າ, ເມື່ອ 10 ກ່ອນ, ທ່ານສີຈິ້ນຜິງ ກໍໄດ້ວາງແຜນຄົ້ນຄວ້າຊ່ອງທາງທີ່ມີປະສິດທິຜົນໃນການ ຄຸ້ມຄອງຮາກຖານທີ່ນຳພາໂດຍການກໍ່ສ້າງພັກແລ້ວ.

 

ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ