ອະດີດປະທານາທິບໍດີຟິລິບປິນເຖິງແກ່ກຳ

2022-08-01 10:47:50 cri

ວັນທີ 31 ກໍລະກົດທີ່ຜ່ານມາ, ທ່ານຟິເດນ ວານເດສ ຣາໂມສ ອະດີດປະທານາທິບໍດີຟິລິບປິນ ໄດ້ເຖິງແກ່ມໍລະນະກຳຢູ່ໂຮງໝໍແຫ່ງໜຶ່ງທີ່ນະຄອນຫຼວງມານີລາ ປະເທດຟິລິບປິນ ຍ້ອນພະຍາດໂຄວິດ-19 ແລະພະຍາດອື່ນທີ່ແຊກຊ້ອນ, ລວມອາຍຸໄດ້ 94 ປີ.

ຕອນບ່າຍມື້ດັ່ງກ່າວ, ຄອບຄົວຂອງທ່ານຟິເດນ ວານເດສ ຣາໂມສ ໄດ້ແຈ້ງຂ່າວມໍລະນະກຳດັ່ງກ່າວ. ຫຼັງຈາກນັ້ນ, ທ່ານເຟີດີນານ ໂຣມົວເດສ ມາໂກສ ປະທານາທິບໍດີຟິລິບປິນ ໄດ້ອອກຖະແຫຼງການສະບັບໜຶ່ງ ເພື່ອສະແດງຄວາມເສົ້າສະຫຼົດໃຈຕໍ່ຄອບຄົວຂອງທ່ານຟິເດນ ວານເດສ ຣາໂມສ.

ທ່ານຟິເດນ ວານເດສ ຣາໂມສ ເກີດໃນປີ 1928, ເຄີຍເປັນຫົວໜ້າກົມໃຫຍ່ເສນາທິການກອງທັບປະກອບອາວຸດຟິລິບປິນ ແລະລັດຖະມົນຕີກະຊວງປ້ອງກັນປະເທດຟິລິບປິນ ແລະໄດ້ດຳລົງຕຳແໜ່ງເປັນປະທານາທິບໍດີຟິລິບປິນນັບແຕ່ປີ 1992 ຫາປີ 1998.