ຄະນະກຳມະການບໍລິຫານປະເທດມຽນມາຕົກລົງຕໍ່ເວລາພາວະສຸກເສີນແຫ່ງຊາດອອກໄປອີກ 6 ເດືອນ

2022-08-01 15:17:00 CRI

ວັນທີ 31 ກໍລະກົດຜ່ານມານີ້, ຄະນະກຳມະການບໍລິຫານປະເທດມຽນມາໄດ້ຈັດກອງປະຊຸມ ແລະ ຕົກລົງຕໍ່ເວລາພາວະສຸກເສີນແຫ່ງຊາດອອກໄປອີກ 6 ເດືອນ, ຈະສິ້ນສຸດລົງໃນວັນທີ 31 ມັງກອນປີ 2023. ອີງຕາມລັດຖະທຳມະນູນມຽນມາ, ນີ້ກໍແມ່ນຄະນະກຳມະການບໍລິຫານປະເທດມຽນມາຕໍ່ເວລາພາວະສຸກເສີນເປັນຄັ້ງສຸດທ້າຍ.

ອີງຕາມມາດຕາທີ 421 ຂອງລັດຖະທຳມະມູນມຽນມາລະບຸວ່າ, ຖ້າພາວະສຸກເສີນບໍ່ສາມາດສິ້ນສຸດລົງພາຍໃນເວລາ 1 ປີ, ຈະໃຫ້ຕໍ່ເວລາໄດ້ອີກ 2 ຄັ້ງ, ຄັ້ງລະ 6 ເດືອນ. ວັນທີ 31 ມັງກອນປີ 2022, ຄະນະກຳມະການບໍລິຫານປະເທດມຽນມາໄດ້ຕໍ່ເວລາພາວະສຸກເສີນແຫ່ງຊາດອອກໄປ 6 ເດືອນເປັນເທື່ອທຳອິດ, ສ່ວນເທື່ອນີ້ແມ່ນເທື່ອທີ 2. ອີງຕາມລັດຖະທຳມະນູນມຽນມາລະບຸວ່າ, ຝ່າຍທະຫານມຽນມາຕ້ອງຈັດການເລືອກຕັ້ງທົ່ວໄປ ພາຍໃນເວລາເຄິ່ງປີ ຫຼັງຈາກພາວະສຸກເສີນສິ້ນສຸດລົງ ແລະ ມອບອຳນາດໃຫ້ພັກການເມືອງທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປ.