ປະເທດສະມາຊິກສະຫະພາບເອີຣົບເລີ່ມປະຕິບັດສັນຍາຫຼຸດຜ່ອນການໃຊ້ອາຍແກັສທຳມະຊາດຢ່າງເປັນທາງການ

2022-08-01 11:08:13 cri



   ວັນທີ 1 ສິງຫາ 2022, ສະຫະພາບເອີຣົບເລີ່ມປະຕິບັດສັນຍາວ່າດ້ວຍ ການຫຼຸດຜ່ອນການໃຊ້ອາຍແກັສທຳມະຊາດດ້ວຍຄວາມສະໝັກໃຈ ເຊິ່ງໄດ້ຜ່ານຮັບຮອງໃນເດືອນກໍລະກົດຜ່ານມານັ້ນຢ່າງເປັນທາງການ.

   ອີງຕາມສັນຍາສະບັບນີ້, ລະຫວ່າງວັນທີ 1 ສິງຫາປີນີ້ ຫາ ວັນທີ 31 ມີນາປີໜ້າ, ປະເທດສະມາຊິກສະຫະພາບເອີຣົບຜ່ານຈາກມາດຕະການທີ່ ປະເທດຕົນເລືອກປະຕິບັດນັ້ນ, ຈະຫຼຸດຜ່ອນຄວາມຕ້ອງການອາຍແກັສທຳມະຊາດໃຫ້ໜ້ອຍລົງ 15% ເມື່ອທຽບໃສ່ປະລິມານການນຳໃຊ້ສະເລ່ຍໃນ5ປີຜ່ານມາ. ກ່ອນໜ້ານີ້,ສະພາມົນຕີສະຫະພາບເອີຣົບໄດ້ຢືນຢັນວ່າ: ການຫຼຸດຜ່ອນຄວາມ ຕ້ອງການດ້ານອາຍແກັສທຳມະຊາດແມ່ນເພື່ອຫຼຸດຜ່ອນຕົ້ນທຶນກ່ອນທີ່ລະດູໜາວຈະມາເຖິງ, ແລະກຽມຄວາມພ້ອມເພື່ອຮັບມືກັບກໍລະນີທີ່ຣັດເຊຍອາດຈະຢຸດການສະໜອງ ອາຍແກັສທຳມະຊາດ.

    ເພື່ອຫຼຸດຜ່ອນປະລິມານການໃຊ້ອາຍແກັສທຳມະຊາດ, ໃນໄລຍະມໍ່ໆມານີ້,ປະເທດຈຳນວນ ຫຼາຍໃນເອີຣົບໄດ້ພາກັນປະກາດເປີດນຳໃຊ້ໂຮງງານໄຟຟ້າ ຖ່ານຫີນຄືນໃໝ່ຫຼືປະຕິບັດມາດຕະການສະໜັບສະໜູນໄຟຟ້າຖ່ານຫີນ. ແຕ່ວ່າ ອີງຕາມສັນຍາວ່າດ້ວຍການລົງໂທດຕໍ່ຣັດເຊຍຮອບທີ 5 ເຊິ່ງສະຫະພາບເອີຣົບໄດ້ຕົກລົງກັນໃນກ່ອນໜ້ານີ້, ເອີຣົບຈະຢຸດການຈັດຊື້, ນຳເຂົ້າຫຼືການຂົນສົ່ງຖ່ານຫີນພ້ອມດ້ວຍເຊື້ອໄຟຟໍຊິວທີ່ເປັນວັດຖຸແຂງອື່ນໆທີ່ຜະລິດຈາກຣັດເຊຍຫຼືສົ່ງອອກຈາກຣັດເຊຍນັບແຕ່ເດືອນສິງຫານີ້ເປັນຕົ້ນໄປ.