ຜົນກວດເຊື້ອພະຍາດໂຄວິດ-19 ຂອງທ່ານໂຈ ໄບເດັນຍັງເປັນບວກ

2022-08-01 15:16:17 CRI

ວັນທີ 31 ກໍລະກົດຜ່ານມານີ້, ອີງຕາມຖະແຫຼງການສະບັບໜຶ່ງທີ່ທ່ານໝໍປະຈຳທຳນຽບຂາວອາເມຣິກາເຜີຍແຜ່ຜ່ານສື່ທາງການທຳນຽບຂາວສະແດງໃຫ້ເຫັນວ່າ, ມາຮອດຕອນເຊົ້າວັນທີ 31 ກໍລະກົດຜ່ານມານີ້, ຜົນກວດເຊື້ອພະຍາດໂຄວິດ-19 ຂອງທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ຍັງເປັນບວກ. ປັດຈຸບັນ, ສຸຂະພາບຂອງທ່ານແມ່ນແຂງແຮງດີ ແລະ ຍັງຈະສືບຕໍ່ກັກບໍລິເວນ.

ຖະແຫຼງການລະບຸວ່າ, ຍ້ອນວ່າຜົນກວດເຊື້ອຂອງທ່ານໂຈ ໄບເດັນໄດ້ກັບຄືນເປັນບວກ, ໜ່ວຍແພດປະຈຳທຳນຽບຂາວຈະສືບຕໍ່ຕິດຕາມສະພາບສຸຂະພາບຂອງທ່ານທຸກໆມື້.

ຜົນກວດເຊື້ອພະຍາດໂຄວິດ-19 ຂອງທ່ານໂຈ ໄບເດັນເປັນບວກຄັ້ງທຳອິດແມ່ນວັນທີ 21 ກໍລະກົດຜ່ານມານີ້, ຈາກນັ້ນ, ຜົນກວດ ເປັນລົບໃນວັນທີ 27 ກໍລະກົດ ແລະ ກາຍເປັນບວກອີກໃນວັນທີ 30 ກໍລະກົດຜ່ານມານີ້.