ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງທ່ານສີຈິ້ນຜິງຢູ່ຊຽງໄຮ້ພາກທີ 3: ເປັນພະນັກງານການນຳຢ່າຄິດນຳເລື່ອງເງິນ

2022-08-02 14:56:52 cri


 

ວັນທີ 31 ຕຸລາ2017, ຢູ່ຫໍລະນຶກຮ່ອງຮອຍສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ1ຂອງພັກກອມມູນິດຈີນ, ທ່ານສີຈິ້ນຜິງນຳພາບັນດາສະຫາຍຄະນະປະຈຳກົມການເມືອງສູນກາງພັກທົບທວນຄືນຄຳບາບານເຂົ້າເປັນສະມາຊິກພັກ.

 

ປີ 2007, ທ່ານສີຈິ້ນຜິງໄປດຳລົງຕຳແໜ່ງຢູ່ນະຄອນຊຽງໄຮ, ຕອນນັ້ນຕົວເມືອງແຫ່ງນີ້ພວມຢູ່ໃນໄລຍະໜຶ່ງທີ່ມີລັກສະນະພິເສດ.

 

ເພາະວ່າໃນປີ 2006, ຢູ່ຊຽງໄຮໄດ້ເກີດມີຄະດີກ່ຽວກັບທຶນປະກັນສັງຄົມ, ໂດຍໄດ້ເຜີຍແຜບັນຫາການສໍ້ລາດບັງຫຼວງຂອງພະນັກງານການນຳຂອງພັກຈຳນວນໜຶ່ງ. ເມື່ອປະເຊີນໜ້າກັບສະພາບການຄືແນວນີ້, ທ່ານສີຈິ້ນຜິງຮຽກຮ້ອງໃຫ້ຖອດຖອນບົດຮຽນທາງລົບຈາກຄະດີດັ່ງກ່າວ, ສຳຫຼວດຄືນຢ່າງເລິກເຊິ່ງຕໍ່ຂອດອ່ອນແອທີ່ມີຢູ່ໃນການກໍ່ສ້າງພັກ.

 

ວັນທີ 13 ເມສາ 2007, ໃນການຮ່ຳຮຽນລວມໝູ່ຂອງຄະນະປະຈຳພັກນະຄອນຊຽງໄຮ, ທ່ານສີຈິ້ນຜິງຊີ້ອອກວ່າ: “ພະນັກງານການນຳທຸກຄົນລ້ວນແຕ່ຕ້ອງຖືທ່າທີທີ່ “ຜູ້ມີຄຸນສົມບັດຕ້ອງສຳຫຼວດຕົນເອງ ເໝືອນດັ່ງຕົນເອງມີການກະທຳຜິດຢູ່ເລື້ອຍໆ”, ຄົ້ນຄິດຢູ່ເລື້ອຍໆວ່າ “ການເປັນຄົນ” “ຜູ້ຮັບໃຊ້ປະຊາຊົນ” “ສິດອຳນາດ” ແລະ ສິ່ງທົດສອບແມ່ນຫຍັງ.”

 

ໃນການສຳຫຼວດຄົ້ນຄວ້າຕ່າງໆ, ທ່ານສີຈິ້ນຜິງໄດ້ຮັບຟັງຫາງສຽງຈຳນວນໜຶ່ງ, ໂດຍສຸມໃສ່ປາກົດການທີ່ບໍ່ເປັນລະບຽບແບບແຜນໃນການຄຸ້ມຄອງພະນັກງານ, ຕົວຢ່າງ: ພະນັກງານບາງຄົນດຳລົງຕຳແໜ່ງຊ້ຳຊ້ອນກັນ, ຄື ມີຕຳແໜ່ງເປັນພະນັກງານຂອງພັກ ແລະລັດ, ທັງເປັນຄະນະນຳໃນລັດວິສາຫະກິດ, ເອົາເງິນເດືອນສູງຂອງວິສາຫະກິດ, ທັງບຳນານໃນຕຳແໜ່ງລັດຖະກອນ, ເຊິ່ງໄດ້ເອົາປຽບທັງສອງດ້ານ.

 

ທ່ານສີຈິ້ນຜິງເມື່ອຄົ້ນເຫັນບັນຫານີ້ແລ້ວ, ກໍໄດ້ມີຂໍ້ຮຽກຮ້ອງອັນຈະແຈ້ງຕໍ່ຄະນະຈັດຕັ້ງຂອງຄະນະພັກນະຄອນຊຽງໄຮວ່າ: “ການຄຸ້ມຄອງພະນັງການບໍ່ໃຫ້ມີ “ພະນັກງານຄົນດຽວ ໃນ 2 ໂຄງປະກອບ”, ເປັນພະນັກງານການນຳຂອງພັກ ແລະ ລັດແລ້ວກໍຢ່າຄິດນຳເລື່ອງເງິນ.

 

ຄະນະຈັດຕັ້ງຂອງຄະນະພັກນະຄອນຊຽງໄຮໄດ້ເຄື່ອນໄຫວໃນທັນທີ, ໂດຍໄດ້ອອກແຈ້ງການໃຫ້ພະນັກງານທີ່ກ່ຽວຂ້ອງໃນທົ່ວນະຄອນ ຄື: ເຮັດວຽກຢູ່ວິສາຫະກິດ ຫຼື ກັບຄືນສູ່ຕຳແໜ່ງລັດຖະກອນ, ຕ້ອງເລືອກເອົາພຽງແຕ່ຕຳແໜ່ງດຽວ. ຫຼັງຈາກນັ້ນ, ປາກົດການນີ້ໄດ້ຖືກສະກັດກັ້ນໄວ້.

 

ວັນທີ 10 ສິງຫາປີ 2007, ຊຽງໄຮໄດ້ຈັດກອງປະຊຸມພະນັກງານການນຳຂອງພັກ ແລະ ລັດ. ຫົວຂໍ້ຂອງກອງປະຊຸມຄື ເຮັດວຽກການກໍ່ສ້າງແບບແຜນທີ່ປອດໃສຂາວສະອາດ ແລະ ຕ້ານການສໍ້ລາດບັງຫຼວງຂອງນະຄອນຊຽງໄຮໃຫ້ດີ.

 

ທ່ານສີຈິ້ນຜິງຮຽກຮ້ອງໃຫ້ພະນັກງານການນຳຂັ້ນຕ່າງໆຂອງຊຽງໄຮ, ສະຫຼຸບ ແລະ ສຳຫຼວດຄືນບົດຮຽນທາງລົບຢ່າງເລິກເຊິ່ງໃນຄະດີທຶນປະກັນສັງຄົມ, ເສີມສ້າງຄວາມສາມາດທີ່ຕ້ານກັບການເສຍທາດຂາດຄຸນ, ຕ້ອງ “ຜ່ານ 5 ດ່ານ” ໃຫ້ດີຄຶ: ຜ່ານດ່ານແນວຄິດໃຫ້ດີຢ່າງແທ້ຈິງ, ຄິດໄລ່”ບັນຊີດ້ານຜົນປະໂຫຍດ” “ບັນຊີດ້ານກົດໝາຍກົດລະບຽບ” ແລະ”ບັນຊີດ້ານຄວາມບໍລິສຸດ”; ຜ່ານດ່ານສິດອຳນາດໃຫ້ດີຢ່າງແທ້ຈິງ, ມີສະຕິຕື່ນຕົວທີ່ຈັດເອົາສິດອຳນາດໄວ້ຢູ່ພາຍໃຕ້ການຕິດຕາມກວດກາຂອງການຈັດຕັ້ງ ແລະປະຊາຊົນ; ຜ່ານດ່ານສັງຄົມໃຫ້ດີຢ່າງແທ້ຈິງ, ກວາດລ້າງ “ສາຍພົວພັນທາງສັງຄົມ”ໃຫ້ສະອາດ, ຍຶດໝັ້ນຫຼັກການ ແລະ ເສັ້ນພື້ນຖານຂອງຕົນ; ຜ່ານດ່ານຍາດຕິພີ່ນ້ອງໃຫ້ດີຢ່າງແທ້ຈິງ, ຄືຕ້ອງຄຸ້ມຄອງຕົນເອງໃຫ້ດີ, ທັງຕ້ອງວາງມາດຕະການຢ່າງເຂັ້ມງວດຕໍ່ຍາດຕິພີ່ນ້ອງ ແລະ ພະນັກງານອ້ອມຂ້າງ; ຜ່ານດ່ານຊີວິດການເປັນຢູ່ໃຫ້ດີຢ່າງແທ້ຈິງ, ຄື “ບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຍົວະເຍົ້າຈາກຜົນກຳໄລເລັກໆນ້ອຍໆ, ບໍ່ຫຼົງໄຫຼນຳສິ່ງລໍ້ຕາລໍ້ໃຈທີ່ມີຫຼາກຫຼາຍສີສັນ.”

 

ທ່ານສີຈິ້ນຜິງຊີ້ອອກວ່າ: “ໃນໄລຍະເບື້ອງຕົ້ນຂອງສັງຄົມນິຍົມ, ໂຄງປະກອບ ແລະກົນໄກຕ້ານການສໍ້ລາດບັງຫຼວງຂອງພວກເຮົາຍັງບໍ່ທັນສົມບູນ, ຍາກທີ່ຈະສາມາດເຮັດໄດ້ວ່າ: ບ່ອນໃດກໍເປັນດິນແດນບໍລິສຸດທັງໝົດ.” ແຕ່“ຄະດີສໍ້ລາດບັງຫຼວງເຕືອນໃຫ້ພວກເຮົາຮູ້ວ່າ, ພະນັກງານການນຳຜູ້ໃດກໍບໍ່ມີພູມຕ້ານທານແບບທຳມະຊາດ.”

 

ກ່ຽວກັບເລື່ອງນີ້, ພະນັກງານກວດກາວິໄນຂອງນະຄອນຊຽງໄຮມີຄວາມຮູ້ສຶກຢ່າງເລິກເຊິ່ງ. ທ່ານກູ້ໂກລິນແມ່ນຮອງເລຂາຄະນະຄຳມະການກວດກາວິໄນຂອງຄະນະພັກນະຄອນຊຽງໄຮ, ທ່ານເວົ້າດ້ວຍຄວາມຊາບຊຶ້ງໃຈວ່າ: “ນີ້ເປັນການກະຕຸກຊຸກຍູ້ອັນສຳຄັນຕໍ່ກັບວຽກງານກວດກາວິໄນຂອງພວກເຮົາ, ເຮັດໃຫ້ຄະນະກຳມະການກວດກາວິໄນພວກເຮົາໄດ້ເລັ່ງລັດການສ້າງໂຄງປະກອບ ແລະ ກົນໄກຕ້ານການສໍ້ລາດບັງຫຼວງ.”

 

ວັນທີ 5 ມີນາປີ 2015, ໃນໄລຍະຈັດກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມການພິຈາລະນາຂອງຄະນະຜູ້ແທນນະຄອນຊຽງໄຮ, ໄດ້ວາງຂໍ້ຮຽກຮ້ອງອີກເທື່ອໜຶ່ງຕໍ່ຊຽງໄຮວ່າ, ຕ້ອງກຳແໜ້ນພະນັກງານການນຳ “ຈຳນວນສ່ວນໜ້ອຍທີ່ເປັນຂໍກຸນແຈ”. ສຳລັບເລື່ອງທີ່ຄະນະພັກນະຄອນຊຽງໄຮໄດ້ວາງລະບຽບການທີ່ເຂັ້ມງວດກວ່າເກົ່າກ່ຽວກັບບັນຫາຄອບຄົວ ແລະ ລູກຂອງພະນັກງານການນຳບາງຄົນດຳເນີນທຸລະກິດ ແລະສ້າງວິສາຫະກິດ, ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍ. ເພິ່ນຮຽກຮ້ອງໃຫ້ນະຄອນຊຽງໄຮປະຕິບັດງານຢ່າງເໝາະສົມຕາມກົດໝາຍຂອງລັດ ແລະ ກົດລະບຽບຂອງພັກໃນຈຸດທົດລອງ, ຄົ້ນພົບບັນຫາ ແລະ ປັບປຸງໃຫ້ສົມບູນຂຶ້ນໃນພຶດຕິກຳຕົວຈິງ, ສ້າງໝາກຜົນທີ່ສາມາດເຜີຍແຜ່ ແລະ ນຳໃຊ້ໄດ້ຢ່າງກວ້າງຂວາງ.

 

ຫຼັງຈາກນັ້ນ 2 ເດືອນ, ນະຄອນຊຽງໄຮໄດ້ເຜີຍແຜ່ “ຂໍ້ກຳນົດກ່ຽວກັບການຄຸ້ມຄອງການດຳເນີນທຸລະກິດ ການສ້າງວິສາຫະກິດຂອງຄອບຄົວ, ແລະລູກຂອງພະນັກງານການນຳ ພ້ອມດ້ວຍຄອບຄົວຂອງລູກໃຫ້ເປັນລະບຽບແບບແຜນຕື່ມອີກ(ສະບັບທາບທາມ)ຢ່າງເປັນທາງການ. ພະນັກງານການນຳລະດັບແຂວງ/ກະຊວງທີ່ປະຈຳຕຳແໜ່ງ ແລະ ພະນັກງານການນຳ 1802 ຄົນໃນ 264 ໜ່ວຍງານຂອງນະຄອນຊຽງໄຮລ້ວນແຕ່ໄດ້ລາຍງານໂດຍສະເພາະ. ມາຮອດທ້າຍເດືອນຕຸລາປີ 2015, ໄດ້ເລັ່ງໃຫ້ພະນັກງານການນຳ 182 ຄົນປັບປຸງຕາມລະບຽບແບບແຜນ.

 

ຄວາມເວົ້າບູຮານຈີນລະບຸໄວ້ວ່າ: “ປາ ແລະ ຕີນໝີບໍ່ສາມາດໄດ້ທັງສອງຢ່າງ”, ການເປັນພະນັກງານການນຳ ແລະ ສ້າງຄວາມລ້ຳລວຍເປັນເສັ້ນທາງທີ່ແຕກຕ່າງກັນ. ຢູ່ນະຄອນຊຽງໄຮ, ພະນັກງານການນຳໄດ້ເດີນຕາມທ່ວງທ່າລວມດັ່ງກ່າວໂດຍທົ່ວໄປ, ປະຕິບັດກົນໄກ “ຖອນອອກຝ່າຍໜຶ່ງ” ຕາມລະບຽບການຢ່າງເຄັ່ງຄັດ. ສຳລັບພະນັກງານການນຳທີ່ບໍ່ສອດຄ່ອງກັບຂໍ້ກຳນົດ, ໄດ້ມອບໃຫ້ຍາດຕິພີ່ນ້ອງຂອງເຂົາເຈົ້າເປັນເຈົ້າການຖອນອອກຈາກການເຄື່ອນໄຫວທຸລະກິດ, ຫຼື ພະນັກງານການນຳຜູ້ນັ້ນເອງລາອອກຈາກຕຳແໜ່ງ.

 

ການຕ້ານການສໍ້ລາດບັງຫຼວງຕ້ອງອາໄສສະຕິຕື່ນຕົວ, ຍິ່ງຕ້ອງອາໄສການຜູກມັດຂອງລະບຽບການ. ການປະຕິຮູບແບບບໍ່ເຄີຍມີມາກ່ອນດັ່ງກ່າວຂອງນະຄອນຊຽງໄຮໄດ້ແຕະຕ້ອງເຖິງຈຸດອ່ອນໄຫວ, ແລະພາໃຫ້ເກີດມີການວິຈານຢ່າງກວ້າງຂວາງ. ແຕ່ການປະຕິຮູບດັ່ງກ່າວຍັງຄົງດຳເນີນໄປຢ່າງເດັດດ່ຽວ ແລະໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ, ຕໍ່ມາໄດ້ເຜີຍແຜ່ຢ່າງກວ້າງຂວາງໃນທົ່ວປະເທດຈີນເທື່ອລະກ້າວ.