ໂຄສົກລັດຖະບານຊົ່ວຄາວອັຟການີສະຖານກ່າວປະນາມອາເມຣິກາທີ່ໂຈມຕີນະຄອນຫຼວງກາບູນດ້ວຍເຮືອບິນແບບບໍ່ມີຄົນຂັບ

2022-08-02 16:54:45 cri

ຕາມສຳນັກຂ່າວຣອຍເຕີຂອງອັງກິດລາຍງານວ່າ: ເຈົ້າໜ້າທີ່ 3 ທ່ານຂອງອາເມຣິກາກ່າວວ່າ: ວັນທີ 31 ກໍລະກົດຜ່ານມານີ້, ອົງການຂ່າວລັບສູນກາງອາເມຣິກາ ໄດ້ປະຕິບັດການໂຈມຕີກຸ່ມອັນໄຄດາຢູ່ນະຄອນຫຼວງກາບູນຂອງອັຟການີສະຖານຢ່າງສຳເລັດຜົນ ໂດຍໄດ້ສັງຫານທ່ານໄອມານ ອານ-ຊາວາຣີ ຜູ້ນຳກຸ່ມອັນໄຄດາ ດ້ວຍເຮືອບິນແບບບໍ່ມີຄົນຂັບ.

ທ່ານຊາບີອູລາ ມູຈາຮີດ ໂຄສົກລັດຖະບານຊົ່ວຄາວອັຟການີສະຖານ ໄດ້ກ່າວປະນາມອາເມຣິກາທີ່ໂຈມຕີອັຟການີສະຖານດ້ວຍເຮືອບິນແບບບໍ່ມີຄົນຂັບ.

ໃນເວລາປະມານ 6 ໂມງ 15 ນາທີຂອງວັນທີ 31 ກໍລະກົດທີ່ຜ່ານມາຕາມເວລາທ້ອງຖິ່ນ, ຢູ່ເຂດຄຸ້ມຄອງເລກ 10 ຂອງນະຄອນຫຼວງກາບູນ ໄດ້ເກີດສຽງລະເບີດດັງສະນັ່ນ, ຊາວນະຄອນຫຼວງກາບູນຢູ່ເຂດອື່ນໆກໍໄດ້ຍິນສຽງດັ່ງກ່າວ. ມື້ດຽວກັນ, ທ່ານຮາລິດ ຊາດຣານ ໂຄສົກເຈົ້າໜ້າທີ່ຕຳຫຼວດກາບູນໄດ້ຢືນຢັນວ່າ: ອາຄານຫຼັງໜຶ່ງຢູ່ເຂດຄຸ້ມຄອງເລກ 10 ໄດ້ຖືກຈະຫຼວດໂຈມຕີ. ປັດຈຸບັນ, ຍັງບໍ່ທັນມີຂໍ້ມູນຈະແຈ້ງວ່າ ເຫດການລະເບີດໃນຄັ້ງນີ້ ແມ່ນກ່ຽວຂ້ອງກັບຜູ້ນຳກຸ່ມອັນ

ໄຄດາທີ່ຖືກສັງຫານຫຼືບໍ່.