ໂຮງໄຟຟ້ານິວເຄລຍມິຮະມະຂອງຍີ່ປຸ່ນໄດ້ເກີດນ້ຳທີ່ປົນເປື້ອນກຳມັນຕະພາບລັງສີຮົ່ວໄຫຼປະມານ 7 ໂຕນ

2022-08-02 14:34:54 cri

ວັນທີ 1 ສິງຫາ 2022, ບໍລິສັດພະລັງໄຟຟ້າຄັນໄຊຍີ່ປຸ່ນເປີດເຜີຍວ່າ, ໃນສິ່ງກໍ່ສ້າງຊ່ວຍໃຊ້ງານຂອງເຄື່ອງປະຕິກອນໃນໜ່ວຍຈັກຜະລິດເລກ 3 ຂອງໂຮງໄຟຟ້ານິວເຄລຣຍມິຮະມະທີ່ມີປະຫວັດສາດຫຼາຍກວ່າ 40 ປີແລະໄດ້ຢຸດຕິການເຄື່ອນໄຫວໃນປັດຈຸບັນແລ້ວ, ໄດ້ເກີດນ້ຳທີ່ປົນເປື້ອນກຳມັນຕະພາບລັງສີຮົ່ວໄຫຼປະມານ 7 ໂຕນ. ແຕ່ບໍລິສັດພະລັງໄຟຟ້າຄັນໄຊຍີ່ປຸ່ນ ແຈ້ງວ່າບໍ່ໄດ້ສ້າງຜົນກະທົບຕໍ່ພາຍນອກ.

ບໍລິສັດພະລັງໄຟຟ້າຄັນໄຊ ພວມສຳຫຼວດກວດກາຕໍ່ເຫດການນ້ຳປົນເປື້ອນຮົ່ວໄຫຼຄັ້ງນີ້ຈະສ້າງຜົນກະທົບຫຼືບໍ່ຕໍ່ໜ່ວຍຈັກຜະລິດດັ່ງກ່າວຕາມກຳນົດຈະເປີດນຳໃຊ້ໃນວັນທີ 10 ສິງຫານີ້.