ທ່ານຫວາງຢີ້ຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີຕາເວັນອອກແລະຢ້ຽມຢາມກຳປູເຈຍ

2022-08-02 17:26:14 cri

ວັນທີ 2 ສິງຫາ 2022, ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ລະຫວ່າງວັນທີ 3 ຫາ 5 ສິງຫານີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ(10+1), ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນກັບຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ(10+3), ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດຂອງເວທີປຶກສາຫາລືພາກພື້ນອາຊຽນ. ພ້ອມທັງຢ້ຽມຢາມກຳປູເຈຍຕາມຄຳເຊີນຂອງທ່ານ ປຣາກ ໂຊຄອນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ.