ຈີນຈະໃຫ້ສິດທິພິເສດບໍ່ເກັບພາສີຕໍ່98%ຂອງບັນຊີລາຍການຜະລິດຕະພັນທີ່ນຳເຂົ້າຈາກ16ປະເທດລວມທັງປະເທດລາວນັບແຕ່ວັນທີ 1 ກັນຍາ2022ເປັນຕົ້ນໄປ

2022-08-02 11:37:23 cri

 ວັນທີ 1ສິງຫາ2022, ເວັບໄຊກະຊວງການເງິນຈີນແຈ້ງຂ່າວວ່າ: ເມື່ອມໍ່ໆມານີ້,ຄະນະກຳມະການ ກົດລະບຽບພາສີຂອງລັດຖະບານຈີນໄດ້ອອກປະກາດແຈ້ງການວ່າດ້ວຍການໃຫ້ສິດທິພິເສດບໍ່ເກັບພາສີຕໍ່98%ຂອງບັນຊີລາຍການຜະລິດຕະພັນທີ່ນຳເຂົ້າຈາກ 16 ປະເທດເຊິ່ງລວມທັງສປປລາວ.

ປະກາດແຈ້ງການລະບຸວ່າ: ອີງຕາມຂໍ້ກຳນົດຂອງເອກະສານແລກປ່ຽນລະ ຫວ່າງລັດຖະບານສປຈີນກັບປະເທດທີ່ກ່ຽວຂ້ອງ, ນັບແຕ່ວັນທີ 1 ກັນຍາ 2022 ເປັນຕົ້ນໄປ, ຈີນຈະໃຫ້ສິດທິພິເສດດ້ານພາສີໂດຍຫຼຸດອັດຕາພາສີໃຫ້ເປັນສູນຕໍ່ 98% ຂອງບັນຊີລາຍການສິນຄ້ານຳເຂົ້າທີ່ຜະລິດຈາກ 16 ປະເທດ ເຊິ່ງປະ ກອບມີ ສປປ ລາວ, ລາຊະອານາຈັກກຳປູເຈຍ, ສ ໂຕໂກ, ເອີຣີຕຣີ,  ສ ກີຣີບາຕີ, ສ ຈີປູຕີ, ສ ກີເນ,  ສ ລູອັນດາ, ສປ ບັງກະລາເດັດ, ສ ໂມຊຳບິກ, ເນປານ, ສ ຊູດັງ,  ໝູ່ເກາະໂຊໂລມອນ,  ສ ວານູອາຕູ, ສ ຈາດ,ສ ອາຟຣິກກາກາງ.