ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 1 ສິງຫານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນກ່າວເນັ້ນອີກເທື່ອໜຶ່ງວ່າ, ຖ້າທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາໄປຢ້ຽມຢາມໄຕ້ຫວັນຈະພາໃຫ້ເກີດຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງທີ່ສຸດ.
ທ່ານຈ້າວລີ້ຈ່ຽນກ່າວວ່າ, ໃນເວລາໂທລະສັບໂອ້ລົມກັບທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວເນັ້ນໜັກວ່າ, ລັດຖະບານແລະປະຊາຊົນຈີນມີຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍໃນບັນຫາໄຕ້ຫວັນ, ການປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງເດັດດ່ຽວ ແມ່ນມານະຈິດທີ່ແໜ້ນໜຽວຂອງປະຊາຊົນຈີນ 1 ຕື້ 400 ລ້ານຄົນ.
ທ່ານຈ້າວລີ້ຈ່ຽນກ່າວຕື່ມວ່າ, ເຊື່ອໝັ້ນວ່າ, ອາເມຣິກາໄດ້ຮັບຮູ້ເຖິງສັນຍານແຮງກ້າແລະຈະແຈ້ງຂອງຝ່າຍຈີນຢ່າງເຕັມທີ່ແລ້ວ. ອາເມຣິກາຄວນປະຕິບັດຕາມຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາ, ປະຕິບັດຕາມຄຳໝັ້ນສັນຍາຂອງທ່ານປະທານາທິບໍດີໂຈ ໄບເດັນ ທີ່ບໍ່ສະໜັບສະໜູນໄຕ້ຫວັນເປັນເອກະລາດ ແລະ ບໍ່ຈັດວາງໃຫ້ທ່ານນາງແນນຊີ ເປໂລຊີໄປຢ້ຽມຢາມໄຕ້ຫວັນ.