ທາງລົດໄຟລາວ-ຈີນຈະນຳໃຊ້ຕູ້ຄອນເທນເນີອະເນກປະສົງ

2022-08-02 15:07:51 CRI

ວັນທີ 1 ສິງຫານີ້, ທາງລົດໄຟລາວ-ຈີນໄດ້ນຳໃຊ້ຕູ້ຄອນເທນເນີອະເນກປະສົງວດທຳອິດ.

ນອກຈາກມີບົດບາດເທົ່າກັບຕູ້ຄອນເທນເນີທຳມະດາແລ້ວ, ຕູ້ຄອນເທນເນີອະເນກປະສົງທີ່ເປັນສີນ້ຳໝາກກ້ຽງແບບນີ້ຍັງເປີດຝາທາງເທິງໄດ້, ການຂົນຖ່າຍແລະເປີດຕູ້ຈະສະດວກກວ່າເກົ່າ, ສາມາດໃຊ້ບັນຈຸສິນຄ້າທີ່ມີຮູບຍາວ, ໃຫຍ່, ໜັກ ແລະ ເປັນແຮ່ທາດເປັນຕົ້ນ.

ປັດຈຸບັນ, ຕູ້ຄອນເທນເນີອະເນກປະສົງ 50 ກວ່າຕູ້ງວດທຳອິດໄດ້ຂົນສົ່ງໄປເຖິງນະຄອນຄຸນມິງແລ້ວ, ພາຍຫຼັງນຳໃຊ້ແລ້ວ, ຈະສາມາດຍົກປະສິດທິພາບດ້ານການຂົນສົ່ງຢູ່ຕາມທາງລົດໄຟລາວ-ຈີນໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.