ຢືນຢັນຫົວຂໍ້ຫຼັກຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19

2022-08-02 16:42:28 cri

ວັນທີ 1 ສິງຫານີ້, ຫ້ອງການເລຂາງານວາງສະແດງສິນຄ້າຈີນ-ອາຊຽນແຈ້ງໃຫ້ຮູ້ວ່າ: ຫົວຂໍ້ຫຼັກຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ໄດ້ຕົກລົງເອົາ “ຮ່ວມກັນຊົມໃຊ້ໂອກາດໃໝ່ຂອງ RCEP , ຊ່ວຍຊຸກຍູ້ຍົກລະດັບເຂດການຄ້າເສລີຈີນ-ອາຊຽນສະບັບ 3,0”.

ຫົວຂໍ້ຫຼັກຂອງງານວາງສະແດງຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມຮັບຮູ້ຮ່ວມທີ່ສຳຄັນຂອງຈີນ ແລະອາຊຽນ ໃນການເລີ່ມນຳໃຊ້ເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ໂດຍໄວ ແລະປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຢ່າງມີຄຸນນະພາບສູງ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງເປົ້າໝາຍຂອງງານວາງສະແດງສິນຄ້າຈີນ-ອາຊຽນ ຄື: ມີການຍົກລະດັບ ແລະການພັດທະນາ, ໃຫ້ບໍລິການແກ່ເຂດການຄ້າເສລີຈີນ-ອາຊຽນສະບັບ 3,0 ແລະໃຫ້ບໍລິການແກ່ການຮ່ວມມື RCEP . ນີ້ເປັນການເປີດເຜີຍຄວາມຕັດສິນໃຈຂອງງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 19 ໃນດ້ານການສ້າງໂອກາດໃໝ່ໃຫ້ແກ່ຝ່າຍຕ່າງໆ ແລະບັນລຸການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດທີ່ມີລະດັບສູງກວ່າເກົ່າ.

ຕາມຂ່າວແຈ້ງວ່າ: ຫົວຂໍ້ຫຼັກຂອງງານວາງສະແດງສິນຄ້າຈີນ-ອາຊຽນທຸກຄັ້ງ ຕ່າງກໍໄດ້ຕິດແທດກັບຍຸດທະສາດການພັດທະນາທີ່ສຳຄັນຂອງຈີນ ແລະຂົງເຂດການຮ່ວມມືທີ່ສຳຄັນລະຫວ່າງຈີນກັບອາຊຽນ.