ໂລກະທັດທີ່ບໍ່ຖືກຕ້ອງຂອງອາເມຣິກາ ຈະນຳເອົາຄວາມບໍ່ແນ່ນອນຫຼາຍກວ່າເກົ່າມາໃຫ້ກັບໂລກ

2022-08-02 17:23:57 cri

ຕອນຄ່ຳວັນທີ 28 ຜ່ານມານີ້, ປະມຸກລັດຂອງສອງປະເທດຈີນ ແລະອາເມຣິກາ ໄດ້ດຳເນີນການສົນທະນາແລກປ່ຽນຄວາມຄິດເຫັນກັນເປັນຄັ້ງທີ 2 ໃນປີ 2022 ນີ້.

ກ່ອນສົນທະນາຜ່ານທາງໂທລະສັບ, ອາເມຣິກາເຄີຍເຜີຍແຜ່ຂ່າວຫຼາຍເທື່ອກ່ຽວກັບປະມຸກລັດຂອງຈີນ ແລະອາເມຣິກາຈະສົນທະນາກັນຜ່ານທາງໂທລະສັບ, ສ່ວນທ່ານໂຈ ໄບເດັນເອງ ກໍໄດ້ເວົ້າເຖິງແຜນການສົນທະນາກັນຫຼາຍຫຼົບຫຼາຍຕ່າວພາຍໃນໜຶ່ງເດືອນປາຍທີ່ຜ່ານມາ. ຄວາມຮ້ອນຮົນຂອງອາເມຣິກາທີ່ຢາກສົນທະນາກັບຈີນ ແມ່ນບໍ່ສາມາດປິດບັງໄດ້ອີກແລ້ວ.

ແຕ່ເລື່ອງນີ້ບໍ່ໄດ້ໝາຍຄວາມວ່າ ອາເມຣິກາມີຄວາມຈິງໃຈໃນການປັບປຸງສາຍພົວພັນກັບຈີນ ເພາະວ່າອາເມຣິກາຮູ້ຢ່າງຈະແຈ້ງແລ້ວວ່າ: ຖ້າຕົນຢາກແກ້ໄຂບັນຫາອັດຕາເງິນເຟີ້ທີ່ຖີບຕົວສູງຂຶ້ນ, ບັນຫາຂາດເຂີນສະບຽງອາຫານ ແລະພະລັງງານ ແລະບັນຫາອື່ນໆ ແມ່ນຕ້ອງອາໄສປະເທດຈີນຢ່າງດຽວ.

ຫຼັງຈາກປະມຸກລັດຂອງຈີນ ແລະອາເມຣິກາໄດ້ສົນທະນາກັນໃນວັນທີ 18 ມີນາ ປີ 2022 ນີ້, ອາເມຣິກາໃນດ້ານໜຶ່ງໄດ້ແຈ້ງໃຫ້ຮູ້ວ່າ: ຈະເພີ່ມທະວີການຮ່ວມມືກັບຈີນ, ແຕ່ໃນອີກດ້ານໜຶ່ງພັດໄດ້ເພີ່ມແຮງກົດດັນຕໍ່ຈີນ. ຍົກຕົວຢ່າງຄື: ອາເມຣິກາໄດ້ລົງໂທດວິສາຫະກິດຈີນດ້ວຍຂໍ້ອ້າງຄວາມໝັ້ນຄົງແຫ່ງຊາດ ແລະອື່ນໆ, ສ້າງ “ຂອບເສດຖະກິດອິນໂດ-ປາຊີຟິກ” ເພື່ອຫວັງຢາກໂດດດ່ຽວປະເທດຈີນ. ນອກນີ້, ອາເມຣິກາຍັງຢາກໃຫ້ທ່ານນາງແນນຊີ ເປໂລຊີ ໄປ “ຢ້ຽມຢາມ” ໄຕ້ຫວັນ ເພື່ອແຕະຕ້ອງເສັ້ນຕ້ອງຫ້າມຂອງຈີນ ເຊິ່ງເປັນການສະແດງໃຫ້ເຫັນວ່າ: ອາເມຣິກາບໍ່ເຄີຍຍຸດຕິການທຳລາຍສາຍພົວພັນຈີນ-ອາເມຣິກາຈັກເທື່ອ.

ສະນັ້ນ, ໃນເວລາສົນທະນາກັບປະມຸກລັດອາເມຣິກາ, ທ່ານສີຈິ້ນຜີງ ປະທານປະເທດຈີນ ໄດ້ກ່າວໂດຍກົງວ່າ: ອາເມຣິກາຖືປະເທດຈີນເປັນຄູ່ແຂ່ງຕົ້ນຕໍ ແລະສິ່ງທ້າທາຍຍາວນານທີ່ຂ້ຽວຂາດທີ່ສຸດ, ນີ້ຄືການວິນິໄສທີ່ຜິດພາດຕໍ່ສາຍພົວພັນຈີນ-ອາເມຣິກາ ແລະມີຄວາມເຂົ້າໃຈທີ່ຜິດພາດຕໍ່ການພັດທະນາຂອງຈີນ. ກ່ຽວກັບບັນຫາໄຕ້ຫວັນ, ການປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງຈີນ ເປັນມານະຈິດທີ່ແໜ້ນໜຽວຂອງປະຊາຊົນຈີນຫຼາຍກວ່າ 1,4 ຕື້ຄົນ. “ຝືນໃຈປະຊາຊົນບໍ່ໄດ້, ຜູ້ທີ່ຫຼິ້ນໄຟໃນທີ່ສຸດຈະຖືກໄຟໄໝ້. ຫວັງວ່າອາເມຣິກາຈະຮັບຮູ້ເຖິງເລື່ອງນີ້ຢ່າງຈະແຈ້ງ.”

ປຸກປັ່ນໂລກເພື່ອຄົ້ນຫາຜົນກຳໄລ, ສະກັດກັ້ນບໍ່ໃຫ້ປະເທດອື່ນມີຄວາມເຂັ້ມແຂງຂຶ້ນ ເພື່ອຄອງຖານະເປັນປະເທດມະຫາອຳນາດຂອງຕົນ, ນີ້ຄືໂລກະທັດທີ່ອາເມຣິກາໄດ້ປະຕິບັດມາເປັນເວລາຍາວນານ. ແຕ່ວ່າ ສິ່ງທີ່ເຮັດໃຫ້ອາເມຣິກາຕົກຢູ່ໃນສະພາບຄວາມຫຍຸ້ງຍາກດ້ານການຕ່າງປະເທດໃນປັດຈຸບັນ ກໍຄືໂລກະທັດທີ່ບໍ່ຖືກຕ້ອງດັ່ງກ່າວຂອງອາເມຣິກາ.

ເມື່ອຫວນຄືນປະຫວັດສາດຂອງອາເມຣິກາ ພວກເຮົາສາມາດເຫັນໄດ້ວ່າ: ບໍ່ວ່າແຕ່ການປະຕິບັດນະໂຍບາຍຂ້າລ້າງເຊື້ອຊາດຜິວພັນຕໍ່ຊາວອິນເດຍແດງ ຫຼືວ່າແຕ່ການກໍ່ສົງຄາມຢູ່ຕ່າງປະເທດ, ການກະທຳຕ່າງໆຂອງອາເມຣິກາ ຕ່າງກໍໄດ້ສະແດງໃຫ້ເຫັນເຖິງນິດໄສມັກເປັນປໍລະປັກກັນ ແລະມັກປຸ້ນຈີ້ ທີ່ຝັງເລິກຢູ່ໃນພັນທຸກຳຂອງອາເມຣິກາ. ແຕ່ວ່າ, ສັນຕິພາບ ແລະການພັດທະນາ ຈຶ່ງແມ່ນກະແສຫຼັກຂອງຍຸກສະໄໝປັດຈຸບັນ, ໂລກະທັດຂອງອາເມຣິກາທີ່ “ເຂັ້ມແຂງແລ້ວຕ້ອງເປັນປະເທດມະຫາອຳນາດ” ນັ້ນ ຈະເຮັດໃຫ້ອາເມຣິກາຢືນຢູ່ດ້ານກົງກັນຂ້າມກັບປະເທດສ່ວນໃຫຍ່ໃນໂລກ ແລະຈະນຳເອົາຄວາມບໍ່ແນ່ນອນຫຼາຍກວ່າເກົ່າມາໃຫ້ກັບໂລກ.