ຣັດເຊຍລົງໂທດຕໍ່ພົນລະເມືອງອັງກິດ 39 ຄົນ

2022-08-02 14:32:03 cri

ວັນທີ 1 ສິງຫາ 2022, ເວັບໄຊກະຊວງການຕ່າງປະເທດຣັດເຊຍໄດ້ອອກຖະແຫຼງການລະບຸວ່າ: ຍ້ອນວ່າລັດຖະບານອັງກິດສືບຕໍ່ປະຕິບັດມາດຕະການລົງໂທດຕໍ່ຜູ້ຕາງໜ້າວົງການສັງຄົມ, ການເມືອງ, ການຄ້າແລະສື່ມວນຊົນຂອງຣັດເຊຍ, ຣັດເຊຍຕົກລົງຈັດບຸກຄົນການເມືອງ, ການຄ້າແລະນັກຂ່າວຈຳນວນໜຶ່ງຂອງອັງກິດເຂົ້າໃນບັນຊີລາຍຊື່ລົງໂທດຂອງຣັດເຊຍ.

ປະຊາຊົນອັງກິດທີ່ຖືກຈັດເຂົ້າໃນບັນຊີລາຍຊື່ລົງໂທດຂອງຣັດເຊຍລວມທັງທ່ານເດວິດ ຄາເມຣອນ ອະດີດນາຍົກລັດຖະມົນຕີອັງກິດ, ຜູ້ອຳນວຍການໃຫຍ່ສະຖານີໂທລະພາບ Sky News ຂອງອັງກິດແລະອື່ນໆ 39 ຄົນ.