ໂຄສົກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ກ່າວວ່າ: ກຳປູເຈຍຍຶດໝັ້ນນະໂຍບາຍປະເທດຈີນດຽວ

2022-08-03 10:23:25 cri

    ວັນທີ 2 ສິງຫາ 2022, ທ່ານຄຸງພົກ ເລຂາທິການກະຊວງການຕ່າງປະເທດແລະການຮ່ວມມືສາກົນກຳປູເຈຍ ທັງເປັນໂຄສົກກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ກຳປູເຈຍຍຶດໝັ້ນນະໂຍບາຍປະເທດຈີນດຽວ, ຫວັງຢາກໃຫ້ຝ່າຍຕ່າງໆຍຶດໝັ້ນຫຼັກການ, ລວມທັງເອກກະສານສຳຄັນທີ່ໄດ້ຕົກລົງກັນ. ທ່ານກ່າວວ່າ: “ພວກຂ້າພະເຈົ້າຮູ້ສຶກມີຄວາມເປັນຫ່ວງຕໍ່ສະຖານະການເຄັ່ງຕຶງຢ່າງຕໍ່ເນື່ອງຢູ່ຊ່ອງແຄບໄຕ້ຫວັນ.”