ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ຈັດຂຶ້ນຢູ່ກຳປູເຈຍຢ່າງເປັນທາງການ

2022-08-03 14:11:42 cri

ຕອນເຊົ້າວັນທີ 3 ສິງຫານີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ຢ່າງເປັນທາງການ. ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ເປັນປະທານພິທີໄຂກອງປະຊຸມດັ່ງກ່າວ.

ຫົວຂໍ້ຫຼັກຂອງກອງປະຊຸມຕ່າງໆຂອງອາຊຽນໃນປີນີ້ແມ່ນ: “ອາຊຽນ: ຮ່ວມກັນຮັບມືກັບສິ່ງທ້າທາຍ”. ລັດຖະມົນຕີການຕ່າງປະເທດຂອງປະເທດສະມາຊິກອາຊຽນໄດ້ດຳເນີນການປຶກສາຫາລືກັນກ່ຽວກັບການເພີ່ມທະວີການຮ່ວມມືໃນພາກພື້ນ ແລະບັນຫາຈຸດສຸມອື່ນໆ.

ຕອນບ່າຍມື້ດຽວກັນ, ລັດຖະມົນຕີການຕ່າງປະເທດຂອງປະເທດສະມາຊິກອາຊຽນ ແລະເລຂາທິການໃຫຍ່ອາຊຽນ ຈະເປັນສັກຂີພິຍານໃຫ້ແກ່ການລົງນາມສັນຍາວ່າດ້ວຍໄມຕີຈິດມິດຕະພາບ ແລະການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ຂອງປະເທດດານມາກ, ເກຣັກ ແລະປະເທດອື່ນໆ. ພ້ອມກັນນັ້ນ, ລັດຖະມົນຕີການຕ່າງປະເທດຂອງປະເທດສະມາຊິກອາຊຽນ ແລະເລຂາທິການໃຫຍ່ອາຊຽນ ຍັງຈະເຂົ້າຮ່ວມພີທີມອບລາງວັນອາຊຽນ ປີ 2021 ອີກດ້ວຍ.