ອາເມຣິກາຍ່ອມຈະຮັບຜິດຊອບຕໍ່ຜົນຮ້າຍຢ້ອນຫຼັງທຸກຢ່າງ ທີ່ອາເມຣິກາໄດ້ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງເຂດຊ່ອງແຄບໄຕ້ຫວັນ

2022-08-03 15:52:55 CRI

ໂດຍບໍ່ເອົາຫົວຊາຕໍ່ການຄັດຄ້ານຢ່າງເດັດດ່ຽວ ແລະ ການຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຂອງຝ່າຍຈີນ, ວັນທີ 2 ສິງຫາ 2022 ນີ້, ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາໄດ້ລັກໄປຢ້ຽມຢາມເຂດໄຕ້ຫວັນຈີນ ເຊິ່ງເປັນການທ້າທາຍເກາະຜິດທາງການເມືອງສຳຄັນ ທີ່ໄດ້ຍົກລະດັບການໄປມາຫາສູ່ກັນລະຫວ່າງອາເມຣິກາ ແລະ ໄຕ້ຫວັນ, ໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ ແລະ ອາເມຣິກາຢ່າງໜັກໜ່ວງ, ໄດ້ກະທົບກະເທືອນພື້ນຖານການເມືອງຂອງການພົວພັນຈີນ ແລະ ອາເມຣິກາຢ່າງຮ້າຍແຮງ ແລະ ໄດ້ລ່ວງລ້ຳອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຈີນຢ່າງໜັກໜ່ວງ, ເປັນການຢ້ຽມຢາມທີ່ຮ້າຍແຮງທີ່ສຸດ ແລະ ຈະພາໃຫ້ເກີດມີຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງທີ່ສຸດ.

ບັນຫາໄຕ້ຫວັນໄດ້ພົວພັນເຖິງຜົນປະໂຫຍດແກນກາງຂອງຈີນ. “ຖະແຫຼງການເລີແກ” ປີ 1943 ແລະ “ຖະແຫຼງການປັອດສດຳ” ປີ 1945 ລ້ວນແຕ່ໄດ້ລະບຸຢ່າງຈະແຈ້ງວ່າ, ປະຊາຄົມໂລກບໍ່ມີຄວາມຂັດແຍ້ງກັນກ່ຽວກັບຈີນມີອະທິປະໄຕດ້ານດິນແດນຕໍ່ເຂດໄຕ້ຫວັນ. ຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ ແລະ ອາເມຣິກາ ທີ່ໄດ້ເຜີຍແຜ່ໃນເວລາຈີນແລະອາເມຣິກາສ້າງສາຍພົວພັນທາງການທູດນັ້ນກໍໄດ້ລະບຸຢ່າງຈະແຈ້ງວ່າ, ອາເມຣິກາຮັບຮອງວ່າ, ໂລກນີ້ມີແຕ່ປະເທດຈີນດຽວ, ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນ, ລັດຖະບານ ສປ ຈີນແມ່ນລັດຖະບານຊອບດ້ວຍກົດໝາຍພຽງໜຶ່ງດຽວຂອງຈີນ.

ໃນຖານະເປັນບຸກຄົນນຳເບີ 3 ຂອງລັດຖະບານອາເມຣິກາ, ທ່ານນາງແນນຊີ ເປໂລຊີຈະຮູ້ດີຕໍ່ເລື່ອງນີ້ແລະຮູ້ຢ່າງຈະແຈ້ງ. ແຕ່ໃນທີ່ສຸດນາງກໍໄດ້ສ່ຽງໄພ, ນີ້ກໍໝາຍຄວາມວ່າ, ນາງຄິດໄດ້ແຕ່ຜົນປະໂຫຍດທາງການເມືອງສ່ວນຕົວຂອງນາງ, ນາງບໍ່ເອົາຫົວຊາຕໍ່ການກະທຳແບບທ້າທາຍເກາະຜິດດັ່ງກ່າວ ຈະກະທົບກະເທືອນເຖິງການພົວພັນຈີນແລະອາເມຣິກາ, ຄວາມໝັ້ນຄົງຂອງພາກພື້ນ ແລະ ຜົນປະໂຫຍດຂອງອາເມຣິກາເອງຢ່າງໜັກໜ່ວງ. ນາງຕັ້ງໃຈລັກໄປຢ້ຽມຢາມໄຕ້ຫວັນ ບໍ່ແມ່ນ “ເອົາໃຈໃສ່” ໄຕ້ຫວັນຢ່າງແທ້ຈິງ, ຫາກແມ່ນມີຈຸດປະສົງທາງການເມືອງທີ່ຈະແຈ້ງ. ດ້ານໜຶ່ງ, ການເລືອກຕັ້ງທົ່ວໄປໄລຍະກາງຂອງອາເມຣິກາໃກ້ຈະໝູນວຽນມາເຖິງ, ທ່ານນາງແນນຊີ ເປໂລຊີເຈດຕະນາໂຄສະນາຫາງສຽງໃຫ້ແກ່ພັກເດໂຄແຄຣດ ດ້ວຍການທ້າທາຍຜົນປະໂຫຍດແກນກາງຂອງຈີນ; ອີກດ້ານໜຶ່ງ, ນາງຢາກເພີ່ມ “ສີສັນ” ໃຫ້ແກ່ຊີວິດການເມືອງສ່ວນຕົວ ດ້ວຍໂອກາດນີ້.

ພວກເຮົາຢາກຖາມວ່າ, ພາຍໃຕ້ສະພາບການທີ່ທ່ານນາງແນນຊີ ເປໂລຊີທ້າທາຍຜົນປະໂຫຍດແກນກາງຂອງຈີນ, ພື້ນຖານແຫ່ງການຮ່ວມມືລະຫວ່າງຈີນແລະອາເມຣິກາຢູ່ໃສ?

ທ່ານນາງແນນຊີ ເປໂລຊີລັກໄປຢ້ຽມຢາມໄຕ້ຫວັນຄັ້ງນີ້, ຈະບໍ່ສາມາດປ່ຽນແປງຄວາມຈິງທາງປະຫວັດສາດ ແລະ ຄວາມຈິງດ້ານກົດໝາຍ ທີ່ໄຕ້ຫວັນເປັນສ່ວນໜຶ່ງຂອງຈີນໄດ້, ຈະບໍ່ສາມາດສະກັດກັ້ນທ່ວງທ່າປະຫວັດສາດທີ່ຈີນຈະບັນລຸຄວາມເປັນເອກະພາບກັນຢ່າງສົມບູນ, ອິດທິກຳລັງໃດໆ ຫຼື ບຸກຄົນໃດໆຢາກແຊກແຊງບັນຫາໄຕ້ຫວັນ, ກໍຈະສ້າງຜົນກະທົບຕໍ່ຕົນເອງໃນທີ່ສຸດ.