ການຂົນສົ່ງຜູ້ໂດຍສານແລະສິນຄ້າຜ່ານທາງລົດໄຟລາວ-ຈີນໃນ 8 ເດືອນປີນີ້ໄດ້ສ້າງສະຖິຕິຫຼາຍຢ່າງ

2022-08-04 10:29:20 CRI

ວັນທີ 3 ສິງຫານີ້, ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນມິງແຈ້ງຂ່າວວ່າ, ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນເປັນເວລາ 8 ເດືອນມານີ້, ພໍດີຖືກກັບຍາມພັກແລ້ງ. ມາຮອດປັດຈຸບັນ, ການຂົນສົ່ງສິນຄ້າຂ້າມຊາຍແດນຢູ່ຕາມທາງລົດໄຟລາວ-ຈີນໄດ້ຫຼາຍກວ່າ 1 ລ້ານໂຕນ, ການຂົນສົ່ງຜູ້ໂດຍສານຢູ່ຕາມທາງລົດໄຟລາວ-ຈີນໃນເດືອນກໍລະກົດຜ່ານມານີ້ໄດ້ບັນລຸ 1,45 ລ້ານເທື່ອຄົນ, ຖືເປັນສະຖິຕິສູງສຸດໃນປະຫວັດສາດ, ສະເລ່ຍແລ້ວ, ມື້ໜຶ່ງໄດ້ຂົນສົ່ງຜູ້ໂດຍສານ 46.000 ເທື່ອຄົນ ແລະ ບາງມື້ໄດ້ຂົນສົ່ງຜູ້ໂດຍສານ 56.000 ເທື່ອຄົນ ເຊິ່ງເປັນສະຖິຕິສູງສຸດໃນປະຫວັດສາດ.

ມາຮອດວັນທີ 2 ສິງຫານີ້, ນັບລວມແລ້ວ, ທາງລົດໄຟລາວ-ຈີນໄດ້ຂົນສົ່ງຜູ້ໂດຍສານ 5,54 ລ້ານເທື່ອຄົນ, ໃນນັ້ນ, ຕອນທາງຢູ່ພາຍໃນປະເທດຈີນໄດ້ຂົນສົ່ງຜູ້ໂດຍສານ 4,84 ລ້ານເທື່ອຄົນ ແລະ ຕອນທາງຢູ່ພາຍໃນປະເທດລາວໄດ້ຂົນສົ່ງຜູ້ໂດຍສານ 7 ແສນເທື່ອຄົນ.