ພັກປະຊາຊົນປະຕິວັດລາວກ່າວວ່າ: ໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກ ບໍ່ໄດ້ຂອງ ສປ ຈີນ

2022-08-04 14:20:49 cri

ຖະແຫຼງການຂອງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວນະຄອນຫຼວງວຽງຈັນ, ວັນທີ 3 ສິງຫາ 2022

    ພັກປະຊາຊົນ ປະຕິວັດລາວ ສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ຊ່ອງແຄບໄຕ້ຫວັນ, ລວມທັງການກະທໍາທີ່ເປັນການຍຸແຍ່ ຊຶ່ງອາດຈະນໍາໄປສູ່ຄວາມເຄັ່ງຕຶງໃນພາກພື້ນ.

    ພັກປະຊາຊົນ ປະຕິວັດລາວ ສະໜັບສະໜູນຕໍ່ພາລະກິດປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນທີ່ຊອບທໍາຂອງພັກກອມມູນິດຈີນ ແລະ ລັດຖະບານຈີນ ກໍຄືການ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ການ ຮ່ວມມືເພື່ອການພັດທະນາໃນພາກພື້ນແລະ ໃນໂລກ.

    ພັກປະຊາຊົນ ປະຕິວັດລາວ ຢືນຢັນຄືນນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ຕົນໃນ ການສະໜັບສະໜູນນະໂຍບາຍຈີນດຽວ ແລະ ຖືວ່າໄຕ້ຫວັນ ເປັນສ່ວນໜຶ່ງທີ່ຕັດແຍກອອກ ບໍ່ໄດ້ຂອງ ສປ ຈີນ, ຄັດຄ້ານທຸກເຈດຈໍານົງທີ່ມຸ່ງຫວັງສ້າງສະຖານະການເພື່ອສ້າງ “ສອງປະ ເທດຈີນ” ຫຼື “ໜຶ່ງຈີນ, ໜຶ່ງໄຕ້ຫວັນ”.

    ພັກປະຊາຊົນ ປະຕິວັດລາວ ຢໍ້າຄືນການສະໜັບສະໜູນນະໂຍບາຍຂອງພັກກອມມູນິດ ຈີນໃນການທ້ອນໂຮມປະເທດຊາດໂດຍສັນຕິວິທີ.