ຫຼິ້ນບຸນຄວາມຮັກກ່ອນໝູ່ຢູ່ໃນໂລກຄືແນວໃດ?

2022-08-04 09:57:12 cri


ມື້ຂຶ້ນ 7 ຄ່ຳເດືອນ 7 ຕາມຈັນທະຄະດີຈີນໃນແຕ່ລະປີ (ປີນີ້ແມ່ນກົງກັບວັນ 4 ສິງຫາ) ແມ່ນບຸນຈີ່ຊີ່ ຫຼື ບຸນຄວາມຮັກ ເຊິ່ງເປັນບຸນປະເພນີຂອງຈີນ. ຜູ້ຊ່ຽວຊານດ້ານຮີດຄອງປະເພນີຂອງຈີນເຫັນວ່າ, ບຸນຈີ່ຊີ່ມີປະຫວັດມາເປັນເວລາ 2.000 ກວ່າປີແລ້ວ, ແມ່ນບຸນຄວາມຮັກກ່ອນໝູ່ຢູ່ໃນໂລກ.


    ເນື້ອໃນບຸນຈີ່ຊີ່ບໍ່ພຽງແຕ່ມີຄວາມຮັກເທົ່ານັ້ນ. ຕາມການເລົ່າຂານກັນວ່າ, ວັນນີ້ແມ່ນວັນເກີດຂອງ
ເອື້ອຍເຈັດເຊິ່ງເປັນນາງຟ້າຜູ້ທີ່ມີສີມືເກັ່ງໃນດ້ານການຕ່ຳແຜ່ນຢູ່ເທິງສະຫວັນ. ໃນສະໄຫມບູຮານ, ຜູ້ສາວຈະ ຂໍສີມື ນຳເອື້ອຍເຈັດ, ເພື່ອຂໍໃຫ້ນາງມອບຄວາມຄ່ອງແຄ້ວ ແລະ ຄວາມສາມາດໃຫ້ແກ່ຕົນເອງ, ສະນັ້ນຈຶ່ງມີຊື່ວ່າ ບຸນຂໍສີມື ຫຼື ບຸນຜູ້ສາວ.


    ຢູ່ຈີນບັນດາ ບ່າວສາວຈະຂໍໃຫ້ມີແຕ່ສິ່ງທີ່ດີງາມໃນກາງຄືນຂອງວັນບຸນຈີ່ຊີ່. ສ່ວນບັນດາຜູ້ສາວຈະໄຫວ້ພະຈັນກະຈ່າງແຈ້ງດ້ວຍຫມາກໄມ້ຕາມລະດູການ ແລະ ຈັດພິທີຕ່າງໆເພື່ອຂໍສີມື. ນອກນີ້, ຍັງມີປະເພນີຕ່າງໆ ເຊັ່ນ: ໄຫວ້ເອື້ອຍເຈັດ, ກິນຂະຫນົມສີມື ແລະ ແຂ່ງຂັນສີມືເປັນຕົ້ນ.