ຮອງລັດຖະມົນຕີການຕ່າງປະເທດອີຣານກ່າວວ່າ: ອາເມຣິກາຕ້ອງຈັບເອົາໂອກາດຟື້ນຟູການເຈລະຈາສັນຍາວ່າດ້ວຍບັນຫານິວເຄລຍຂອງອີຣານ

2022-08-04 14:33:45 cri

ວັນທີ 3 ສິງຫານີ້, ທ່ານບາເກຣີ ຮອງລັດຖະມົນຕີກະຊວງການຕ່າງປະເທດອີຣານ ທັງເປັນຫົວໜ້າຜູ້ຕາງໜ້າການເຈລະຈາບັນຫານິວເຄລຍຂອງອີຣານ ກ່າວວ່າ: ທ່ານກຳລັງເລັ່ງເດີນທາງໄປນະຄອນຫຼວງວຽນປະເທດໂອຕຣິດ ເພື່ອຊຸກຍູ້ການຟື້ນຟູການເຈລະຈາສັນຍາຮອບດ້ານວ່າດ້ວຍບັນຫານິວເຄລຍຂອງອີຣານ, ອາເມຣິກາຕ້ອງຈັບເອົາໂອກາດນີ້.

ມື້ດຽວກັນ, ທ່ານບາເກຣີ ໄດ້ກ່າວຜ່ານສື່ສັງຄົມອອນລາຍວ່າ: ອາເມຣິກາຕ້ອງຈັບເອົາໂອກາດທີ່ສະໜອງໃຫ້ໂດຍຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍາບັນຫານິວເຄລຍຂອງອີຣານຢ່າງເອື້ອເຟື້ອເຜື່ອແຜ່, ອາເມຣິກາຕ້ອງສະແດງໃຫ້ເຫັນເຖິງຄວາມລະອຽດຮອບຄອບ ແລະຄວາມຮັບຜິດຊອບຂອງຕົນ.

ກ່ອນໜ້ານີ້, ອີຣານ, ອາເມຣິກາ, ສະຫະພາບເອີຣົບ ແລະຝ່າຍອື່ນໆທີ່ກ່ຽວຂ້ອງ ໄດ້ຢືນຢັນວ່າ: ຈະແຕ່ງຕັ້ງຜູ້ຕາງໜ້າຂອງຕົນໄປນະຄອນຫຼວງວຽນ ເພື່ອເຂົ້າຮ່ວມການເຈລະຈາກ່ຽວກັບບັນຫານິວເຄລຍຂອງອີຣານ.