ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງທ່ານສີຈິ້ນຜິງຢູ່ຊຽງໄຮ້ພາກທີ 4: ປະຊາຊົນຊິເປັນຕາຢ້ານອີ່ຫຍັງ?

2022-08-04 15:26:48 cri


 

ວັນທີ 2 ພະຈິກ2019, ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ສວນສາທາລະນະນ້ຳປິ່ນຈ່ຽງເຂດຢາງຜູ

 

ຕອນບ່າຍວັນທີ 19 ກັນຍາປີ 2007, ທ່ານນາງຊົ້ງເວີຍຟ່າງ ຫົວໜ້າຄະນະພົນລະເມືອງຈ້ຽນຊິ່ນຖະໜົນອູຈຽວສາງ, ແລະ ພໍ່ເຖົ້າຈ້າວຫົງພິນທີ່ອາໄສຢູ່ໃນເຂດຊຸມຊົນໄດ້ພ້ອມກັນຍ່າງເຂົ້າໄປປະຕູໃຫຍ່ຂອງອົງການປົກຄອງເມືອງຢາງຜູນະຄອນຊຽງໄຮ.

 

ເຂົາເຈົ້າບໍ່ແມ່ນມາບ່ອນນີ້ເປັນຄັ້ງທຳອິດ. ຫຼັງຈາກເປີດປະຕູ ແລະ ຍ່າງເຂົ້າສູ່ຫ້ອງປະຊຸມທີ່ຮັບຕ້ອນຜູ້ຮ້ອງທຸກແລ້ວ, ເຂົາເຈົ້າຈຶ່ງແນມເຫັນວ່າ: ຜູ້ທີ່ນັ່ງຢູ່ຕໍ່ໜ້ານັ້ນແມ່ນທ່ານສີຈິ້ນຜິງ ເລຂາຄະນະພັກນະຄອນຊຽງໄຮໃນເວລານັ້ນ, ເຮັດໃຫ້ທັງສອງຄົນມີຄວາມຮູ້ສຶກຕົກສະເງີ້ທັນທີ.

 

ທ່ານສີຈິ້ນຜິງໄດ້ງຶກຫົວທັກທາຍດ້ວຍຮອຍຍິ້ມຢ່າງສະໜິດສະໜົມກັນ. ແຕ່ພໍ່ເຖົ້າຈ້າວຫົງພິນທີ່ມີອາຍຸ 70 ກວ່າປີແລ້ວຍັງຮູ້ສຶກເຄັ່ງຕຶງຫຼາຍ, ພໍແຕ່ນັ່ງລົງລາວໄດ້ບອກກັບທ່ານສີຈິ້ນຜິງວ່າ, ຕົນເອງບໍ່ຮູ້ເວົ້າພາສາຈີນກາງ, ຮູ້ເວົ້າແຕ່ພາສາຊຽງໄຮ້ເທົ່ານັ້ນ. ທ່ານສີຈິ້ນຜິງໂບກມືແລ້ວຕອບດ້ວຍຮອຍຍິ້ມວ່າ: “ບໍ່ເປັນຫຍັງ ຂ້າພະເຈົ້າ ຟັງເຂົ້າໃຈໄດ້.”

 

ຄວາມຈິງແລ້ວ, ໂຄງການສັງລວມຕົວເມືອງແຫ່ງໜຶ່ງຂອງເມືອງພວມຢູ່ໃນໄລຍະກໍ່ສ້າງ, ໃນເວລາຂຸດພື້ນອາຄານ ໄດ້ຂຸດລົງເລິກໂພດ, ເຮັດໃຫ້ພື້ນດິນຖະຫຼົ່ມລົງມາ, ເຮືອນປະຊາຊົນ 500 ກວ່າຄອບຄົວຢູ່ເຂດຊຸມຊົນອ້ອມຂ້າງເກີດມີບັນຫາທີ່ຫຼັງຄາ ແລະ ຝາແຕກຈົນນ້ຳຮົ່ວ. ຝ່າຍຕ່າງໆໄດ້ຈັດການປະສານງານ 60 ກວ່າເທື່ອ, ແຕ່ບໍ່ສາມາດຕົກລົງເປັນເອກະພາບກັນໄດ້ກ່ຽວກັບມາດຕະຖານການຊົດເຊີຍ, ຈຶ່ງບໍ່ສາມາດແກ້ໄຂບັນຫາໄດ້.

 

ຫຼັງຈາກພໍ່ເຖົ້າຈ້າວຫົງພິນເວົ້າສຸດແລ້ວ, ທ່ານສີຈິ້ນຜິງກໍໄດ້ຮັບຟັງການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງ. ເພິ່ນເວົ້າວ່າ: “ຕ້ອງແກ້ໄຂບັນຫານີ້ໃຫ້ດີຕາມກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງ, ເດັດຂາດບໍ່ໃຫ້ຜູ້ດຳເນີນທຸລະກິດອະສັງຫາລິມະຊັບຫົວພຽງແຕ່ຝ່າຍດຽວ, ແຕ່ປະຊາຊົນຊ້ຳພັດຮ້ອງໄຫ້.”

 

ທ່ານສີຈິ້ນຜິງໄດ້ປະກອບຄຳເຫັນຫຼາຍຂໍ້ຢູ່ທີ່ນັ້ນເລີຍ ຄື: “ໜຶ່ງ, ຢູ່ໃນການກໍ່ສ້າງ, ຜົນປະໂຫຍດຂອງປະຊາຊົນບໍ່ຄວນໄດ້ຮັບຜົນກະທົບ, ຕ້ອງມີການຜູກມັດຕໍ່ຜູ້ດຳເນີນທຸລະກິດອະສັງຫາລິມະຊັບ; ສອງ, ກ່ອນດຳເນີນການກໍ່ສ້າງຕ້ອງມີການປະເມີນ, ບໍ່ພຽງແຕ່ຕ້ອງປະເມີນເນື້ອໃນການກໍ່ສ້າງເທົ່ານັ້ນ, ຍັງຕ້ອງປະເມີນຜົນກະທົບຕໍ່ສະຖຽນລະພາບທາງສັງຄົມ ແລະ ຜົນກະທົບຕໍ່ຜົນປະໂຫຍດທີ່ຖືກຕ້ອງກັບກົດໝາຍຂອງປະຊາຊົນອີກດ້ວຍ; ສາມ, ແກ້ໄຂບັນຫາແບບນີ້ຕ້ອງປະຕິບັດຕາມກົດໝາຍ, ມາດຕະຖານການຊົດເຊີຍຕ້ອງໃຫ້ອົງການຝ່າຍທີ 3 ທີ່ມີ ອຳນາດ  ເປັນຜູ້ກວດກາ ແລະ ປະເມີນ.”

 

ເມື່ອທ່ານນາງຊົ້ງເວີຍຟ່າງໄດ້ຮັບຟັງແລ້ວແມ່ນຮູ້ສຶກອົບອຸ່ນຫຼາຍ, ໂດຍລາວຄິດວ່າ: “ເລຂາຄະນະພັກທ່ານນີ້ແມ່ນເອົາໃຈໃສ່ນຳປະຊາຊົນພວກເຮົາແທ້ໆ.”

 

ໃນກອງປະຊຸມສົນທະນາທີ່ຈັດຂຶ້ນຫຼັງຈາກນັ້ນ, ທ່ານສີຈິ້ນຜິງກ່າວວ່າ: “ພະນັກງານພວກເຮົາທຸກຂັ້ນແມ່ນຖືກແຕ່ງຕັ້ງໄວ້ເພື່ອແກ້ໄຂບັນຫາຕົວຈິງຂອງປະຊາຊົນ. ສະນັ້ນ,ຕ້ອງກ້າວໄປສູ່ຄວາມຂັດແຍ້ງ, ກ້າວໄປສູ່ບັນຫາ ເພຶ່ອແກ້ໄຂຄວາມຂັດແຍ້ງ ແລະ ແກ້ໄຂບັນຫາ. ຢ່າຖືວ່າການລົງເຄື່ອນໄຫວຢູ່ຮາກຖານເປັນເລື່ອງຍາກຫຼາຍ, ຕ້ອງກ້າລົງເຄື່ອນໄຫວຢູ່ຮາກຖານ.”

 

ທ່ານໄດ້ເວົ້າເນັ້ນໜັກຕື່ມອີກວ່າ: “ປະຊາຊົນ ຊິເປັນຕາຢ້ານອີ່ຫຍັງ? ພັກກອມມູນິດຈີນເຄີຍຢ້ານປະຊາຊົນມາແຕ່ຕອນໃດ? ເວລາໃດ ພັກກອມມູນິດຈີນກໍອາໄສປະຊາຊົນ ໄປຕາມແນວທາງມະຫາຊົນຢູ່ສະເໝີ.”

 

“ປົກປ້ອງຜົນປະໂຫຍດຂອງປະຊາຊົນຕາມກົດໝາຍຢ່າງສະເໝີຕົ້ນສະເໝີປາຍ.” ທ່ານເສີນອ່ານເຈ ເລຂາຄະນະພັກເມືອງຢາງຜູ ທີ່ຢູ່ສະຖານທີ່ຮັບຕ້ອນຜູ້ຮ້ອງທຸກໃນມື້ນັ້ນເວົ້າແນວນີ້. ການກຳນົດແນວຄິດຊີ້ນຳດັ່ງກ່າວ, ເຮັດໃຫ້ເມືອງຢາງຜູພົບບັນຫາທີ່ຄ້າຍຄືກັນໃນການພັດທະນາ ແລະການກໍ່ສ້າງຕົວເມືອງນັ້ນ, ໄດ້ມີແນວຄວາມຄິດດຳເນີນງານທີ່ຈະແຈ້ງກວ່າເກົ່າ.

 

ພະນັກງານຂັ້ນຮາກຖານ ແລະ ປະຊາຊົນຈຳນວນຫຼາຍ ລ້ວນແຕ່ເວົ້າວ່າ, ເຖິງວ່າໃນປີນັ້ນໄດ້ພົບກັບທ່ານສີຈິ້ນຜິງພຽງເທື່ອດຽວເທົ່ານັ້ນ, ແຕ່ຄວາມເປັນກັນເອງ, ແລະ ຄວາມເປັນຫ່ວງເປັນໃຍນຳບັນຫາຫຍຸ້ງຍາກຂອງປະຊາຊົນ, ເຮັດໃຫ້ຄົນຮູ້ສຶກສະໜິດສະໜົມກັນ.

 

ພໍ່ເຖົ້າຈ້າວຫົງພິນເວົ້າວ່າ: “ຂ້າພະເຈົ້າມັກຄິດຢູ່ເລື້ອຍໆວ່າ, ສະຫາຍສີຈິ້ນຜິງປະຕິບັດຕໍ່ປະຊາຊົນດີຄືແນວນີ້, ຕ້ອງມີການພົວພັນກັບປະສົບການຂອງເພິ່ນ, ເພິ່ນມີຕຳແໜ່ງສູງຂຶ້ນຈາກຂັ້ນຮາກຖານເທື່ອລະກ້າວ, ເຄີຍສຳຜັດກັບຄວາມຫຍຸ້ງຍາກລຳບາກຂອງປະຊາຊົນດ້ວຍຕົນເອງ.”

 

ທ່ານນາງຊົ້ງເວີຍຟ່າງກໍໄດ້ເວົ້າດ້ວຍຄວາມຊາບຊຶ້ງໃຈວ່າ: “ປັດຈຸບັນ, ແຕ່ລະເທື່ອເມື່ອຂ້າພະເຈົ້າເບິ່ງໂທລະພາບ ໄດ້ເຫັນທ່ານສີຈິ້ນຜິງໄປຢ້ຽມຢາມປະຊາຊົນຜູ້ທຸກຍາກຢູ່ເຂດທຸກຍາກ, ເຂົ້າໄປໃນເຮືອນປະຊາຊົນຜູ້ທຸກຍາກເພື່ອຢື້ຢາມຖາມຂ່າວ, ຂ້າພະເຈົ້າກໍຈະຫວນຄືນເຖິງສະພາບທີ່ພົບກັບເພິ່ນໃນເມື່ອກ່ອນ, ຈະຮູ້ສຶກອົບອຸ່ນທີ່ສຸດ. ຂ້າພະເຈົ້າຮູ້ວ່າ, ເພິ່ນແມ່ນໄປຢ້ຽມຢາມດ້ວຍຄວາມຈິງໃຈ, ເພື່ອແກ້ໄຂບັນຫາໃຫ້ກັບປະຊາຊົນ.”

 

ປີ 2007, ພໍດີຖືກກັບໄລຍະທີ່ຄວາມຂັດແຍ້ງຕ່າງໆພົ້ນເດັ່ນຂຶ້ນຢູ່ນະຄອນຊຽງໄຮ ແລະກໍແມ່ນໄລຍະທີ່ປະຊາຊົນຮ້ອງທຸກຢ່າງຫຼວງຫຼາຍ. ທ່ານຈ່າງຊື້ໝິງ, ຫົວໜ້າຫ້ອງການຮັບເອົາການຮ້ອງທຸກຂອງປະຊາຊົນຂອງນະຄອນຊຽງໄຮໃນເວລານັ້ນຍັງມີຄວາມຊົງຈຳຢ່າງເລິກເຊິ່ງທີ່ສຸດ. ລາວເວົ້າວ່າ: “ໃນຕອນນັ້ນ, ບັນຫາມ້າງອາຄານເກົ່າ ແລະຍົກຍ້າຍປະຊາຊົນ, ບັນຫາຄົງຄ້າງທາງປະຫວັດສາດ, ບັນຫາຫັນປ່ຽນໂຄງປະກອບຂອງວິສາຫະກິດ ແລະບັນຫາອື່ນໆ, ລ້ວນແຕ່ແມ່ນບັນຫາຫຍຸ້ງຍາກທີ່ສຸດ.”

 

ກໍຍ້ອນແນວນັ້ນ, ເມື່ອທ່ານສີຈິ້ນຜິງສະເໜີວ່າ: ພະນັກງານການນຳຕ້ອງລົງຮາກຖານເພື່ອຮັບການຮ້ອງທຸກຂອງປະຊາຊົນ, ທັງຕົກລົງຈະນຳໜ້າຮັບເອົາການຮ້ອງທຸກນັ້ນ, ບາງຄົນມີຄວາມເຫັນທີ່ແຕກຕ່າງກັນ. ບາງຄົນເປັນຫ່ວງວ່າ: ຜູ້ຮັບຜິດຊອບສູງສຸດຮັບເອົາການຮ້ອງທຸກຂອງປະຊາຊົນນັ້ນ ແມ່ນບໍ່ເຄີຍມີມາກ່ອນ, ຖ້າເກີດມີກໍລະນີທີ່ມີຄວາມຂັດແຍ້ງໜັກໜ່ວງຂຶ້ນ, ປະຊາຊົນຜູ້ຮ້ອງທຸກຫຸ້ມລ້ອມພະນັກງານການນຳໄວ້ບໍ່ໃຫ້ໄປ ຈະຊິເຮັດແນວໃດ?

 

ກ່ຽວກັບເລື່ອງນີ້, ທ່ານສີຈິ້ນຜິງມີທ່າທີອັນເດັດດ່ຽວ. ເພິ່ນເວົ້າວ່າ: “ຂ້າພະເຈົ້າເຄີຍລົງເຄື່ອນໄຫວຢູ່ຮາກຖານຂອງແຂວງເຈີ້ຈ່ຽງ, ເຄີຍພົບກໍລະນີທີ່ມີປະຊາຊົນນັບເປັນພັນຄົນມາຮ້ອງທຸກ, ບໍ່ມີຫຍັງເປັນຕາຢ້ານດອກ.” ເພິ່ນຍັງໄດ້ແນະນຳວິທີການເຮັດວຽກໃຫ້ກັບພະນັກງານຜູ້ ຮັບເອົາການຮ້ອງທຸກວ່າ: “ສຳລັບຄວາມຮຽກຮ້ອງທີ່ສົມເຫດສົມຜົນຂອງປະຊາຊົນ, ອັນທີ່ສາມາດເຮັດໄດ້ ຕ້ອງເຮັດໃນທັນທີ; ສຳລັບສິ່ງທີ່ບໍ່ສາມາດເຮັດໄດ້ໃນທັນທີ, ກໍຕ້ອງອະທິບາຍຢ່າງຈະແຈ້ງໃຫ້ປະຊາຊົນຮັບຮູ້ຢ່າງທັນການ, ທັງຕັ້ງໜ້າສ້າງເງື່ອນໄຂເພື່ອແກ້ໄຂບັນຫາໂດຍໄວ. ໃນກໍລະນີທີ່ປະຊາຊົນບໍ່ເຂົ້າໃຈ ບໍ່ໃຫ້ການຮ່ວມມືເປັນການຊົ່ວຄາວຈົນມີອາລົມຮຸນແຮງເກີນໄປນັ້ນ, ຕ້ອງອະທິບາຍຢ່າງລະອຽດດ້ວຍຄວາມໃຈເຢັນ, ຍາດເອົາຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນດ້ວຍຄວາມຈິງໃຈ.”

 

ໃນວຽກງານຮັບເອົາການຮ້ອງທຸກເພື່ອແກ້ໄຂຄວາມຫຍຸ້ງຍາກຊ່ວຍປະຊາຊົນ, ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງ ຕໍ່ການປະຕິບັດຕົວຈິງ, ຍິ່ງໃຫ້ຄວາມສຳຄັນຕໍ່ການສ້າງລະບຽບການຂຶ້ນມາ. ເຖິງວ່າທ່ານສີຈິ້ນຜິງເຮັດວຽກຢູ່ນະຄອນຊຽງໄຮໄດ້ບໍ່ດົນປານໃດ, ແຕ່ໄດ້ສ້າງລະບຽບການທີ່ພະນັກງານການນຳທຸກຂັ້ນ ຮັບເອົາການຮ້ອງທຸກຂອງປະຊາຊົນໃນທຸກອາທິດ ແລະ ລະບຽບການກວດສອບຜົນງານຂຶ້ນຢ່າງໜັກແໜ້ນ, ທັງໄດ້ປະຕິບັດມາຈົນຮອດປັດຈຸບັນນີ້.