ກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນຈັດຂຶ້ນຢູ່ພະນົມເປັນ

2022-08-04 10:28:20 cri


    ວັນທີ 4 ສິງຫາ 2022, ກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ. ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນໃນແບບເຊິ່ງໜ້າເປັນຄັ້ງທຳອິດພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ແລະໄດ້ປຶກສາຫາລືກັບລັດຖະມົນຕີການຕ່າງປະເທດຂອງປະເທດສະມາຊິກອາຊຽນກ່ຽວກັບການເພີ່ມທະວີຄວາມສາມັກຄີແລະການປະສານງານ, ຮ່ວມກັນສະແຫວງຫາການຟື້ນຕົວຄືນໃໝ່ການພັດທະນາແລະຫົວຂໍ້ອື່ນໆ.