ເປັນຫຍັງການຂີ່ລົດຖີບຢູ່ຈີນຈຶ່ງໄດ້ກາຍເປັນກະແສນິຍົມຄືນໃໝ່

2022-08-04 16:29:28 cri

ລົດຖີບເປັນໜຶ່ງໃນການປະດິດສ້າງທີ່ຍິ່ງໃຫຍ່ທີ່ສຸດຂອງມວນມະນຸດ. ເວົ້າສຳລັບຊາວຈີນແລ້ວ, ລົດຖີບບໍ່ພຽງແຕ່ເປັນຍານພາຫະນະຊະນິດໜຶ່ງເທົ່ານັ້ນ, ຍັງເປັນເຄື່ອງທີ່ໄດ້ບັນທຶກຢູ່ໃນຄວາມຊົງຈຳຂອງຫຼາຍຮຸ່ນຄົນອີກດ້ວຍ.

ລະຫວ່າງຊຸມປີ 1960 ຫາ 1980, ຢູ່ປະເທດຈີນຖືວ່າ ລົດຖີບ, ຈັກຫຍິບ ແລະໂມງນາລິກາ ເປັນວັດຖຸ 3 ຢ່າງທີ່ສຳຄັນທີ່ສຸດໃນຊີວິດການເປັນຢູ່ ແລະຖືວ່າເປັນສັນຍາລັກແຫ່ງຄວາມຮັ່ງມີຂອງຄອບຄົວ. ໃນປີ 1998, ຈີນໄດ້ກາຍເປັນປະເທດທີ່ສົ່ງອອກລົດຖີບຫຼາຍທີ່ສຸດໃນໂລກ, ສະນັ້ນ ຈຶ່ງໄດ້ຖືກຂະໜານນາມວ່າ: “ອານາຈັກລົດຖີບ”.

ຄຽງຄູ່ກັບອຸດສາຫະກຳຜະລິດລົດຂອງຈີນໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ໃນປີ 1994, ລັດຖະບານຈີນໄດ້ວາງນະໂຍບາຍວ່າດ້ວຍອຸດສາຫະກຳລົດ ໂດຍໄດ້ສົ່ງເສີມບຸກຄົນຊື້ລົດ. ຫຼັງຈາກນັ້ນ, ລົດຖີບກໍເລີ່ມລົງຄ້ອຍເທື່ອລະກ້າວ. ເນື່ອງຈາກວ່າພາລະກິດຄົມມະນາຄົມສາທາລະນະຂອງຈີນໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ແລະຈຳນວນລົດຢູ່ຈີນເພີ່ມຂຶ້ນ, ໃນຍາມເຂົ້າການ ແລະເລີກການ, ເກືອບບໍ່ເຫັນມີລົດຖີບທີ່ຫຼວງຫຼາຍຢູ່ຕາມຖະໜົນຫົນທາງແລ້ວ.

ແຕ່ໃນຫຼາຍປີມານີ້, ລົດຖີບໄດ້ກາຍເປັນກະແສນິຍົມຄືນໃໝ່ຢູ່ຈີນ. ຢູ່ນະຄອນຫຼວງປັກກິ່ງ, ນະຄອນຊຽງໄຮ, ນະຄອນເສີງຕູ່ ແລະຕົວເມືອງໃຫຍ່ຕ່າງໆຂອງຈີນ, ບັນດາລົດຖີບທີ່ປະກອບອຸປະກອນອັນຄົບຖ້ວນນັ້ນ ໄດ້ກາຍເປັນທິວທັດໃໝ່ທີ່ສວຍງາມຂອງຕົວເມືອງເຫຼົ່ານີ້.

ລົດຖີບໄດ້ກາຍເປັນກະແສນິຍົມຄືນໃໝ່ຢູ່ຈີນ ແມ່ນຍ້ອນສາເຫດໃນຫຼາຍດ້ານ ຄື:

ກ່ອນອື່ນໝົດ, ຈຳນວນລົດຖີບສາທາລະນະໄດ້ເພີ່ມຂຶ້ນຢ່າງວ່ອງໄວ ເຊິ່ງໄດ້ເຮັດໃຫ້ຊາວຈີນເລີ່ມຂີ່ລົດຖີບຄືນໃໝ່;

ສອງ, ຊາວຈີນມີແນວຄິດອະນຸລັກສິ່ງແວດລ້ອມ ແລະດຳລົງຊີວິດຢ່າງມີສຸ ຂະພາບແຂງແຮງ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ ເຊິ່ງໄດ້ເຮັດໃຫ້ຊາວຈີນມີຄວາມນິຍົມຕໍ່ການຂີ່ລົດຖີບນັບມື້ນັບເພີ່ມຂຶ້ນ.

ສາມ, ຢູ່ຕາມຖະໜົນຫົນທາງຕ່າງໆຢູ່ຈີນ ໄດ້ເປີດທາງສຳລັບລົດຖີບ, ເຮັດໃຫ້ການຂີ່ລົດຖີບມີຄວາມສະດວກຫຼາຍກວ່າລົດເມ ແລະລົດໄຟໃຕ້ດິນ ເມື່ອເດີນທາງບໍ່ໄກ ຍັງສາມາດຜ່ອນຄາຍບັນຫາລົດຕິດຢູ່ໃນຕົວເມືອງໄດ້ອີກດ້ວຍ.

ນອກນີ້, ມາດຕະການປ້ອງກັນພະຍາດທີ່ເຂັ້ມງວດ, ລາຄານ້ຳມັນເຊື້ອໄຟທີ່ຖີບຕົວສູງຂຶ້ນ ແລະສະພາບແວດລ້ອມໃນຕົວເມືອງທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຕ່າງກໍໄດ້ເຮັດໃຫ້ການຂີ່ລົດຖີບກາຍເປັນທາງເລືອກທີ່ດີສຳລັບຊາວຈີນ.

ສາມາດເວົ້າໄດ້ວ່າ, ການຂີ່ລົດຖີບທີ່ກາຍເປັນກະແສນິຍົມຄືນໃໝ່ຢູ່ຈີນນັ້ນ ເປັນການສ່ອງແສງໃຫ້ເຫັນເຖິງການພັດທະນາຂອງສັງຄົມຈີນຢ່າງບໍ່ຢຸດຢັ້ງ.