ນາຍົກກຳປູເຈຍກ່າວວ່າ: ອາຊຽນຕ້ອງຖືສັນຕິພາບໄວ້ຢູ່ໃນຖານະສຳຄັນທີ່ສຸດ

2022-08-04 10:07:45 cri

ວັນທີ 3 ສິງຫາ 2022, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 55 ໄດ້ຈັດຂຶ້ນຢູ່ນະຄອນຫຼວງພະນົມເປັນຂອງກຳປູເຈຍ, ໃນໂອກາດກ່າວຄຳປາໄສໃນພິທີໄຂ, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ ກ່າວວ່າ: ອາຊຽນຕ້ອງຖືສັນຕິພາບໄວ້ຢູ່ໃນຖານະສຳຄັນທີ່ສຸດ.

ທ່ານຮຸນແຊນ ກ່າວຕື່ມວ່າ: ໃນຖານະເປັນປະເທດປະທານໝູນວຽນຂອງອາຊຽນ, ກຳປູເຈຍໄດ້ເນັ້ນໜັກຫຼັກໝັ້ນທີ່ “ສາມັກຄີກັນເພື່ອການຮ່ວມມື”, ແຕ່ບໍ່ແມ່ນ “ສາມັກຄີກັນເພື່ອຕໍ່ຕ້ານ”. ໃນຂະບວນການພັດທະນາຂອງອາຊຽນ, ໄດ້ຜະເຊີນກັບສິ່ງທ້າທາຍປະເພດຕ່າງໆໃນດ້ານການເມືອງພາກພື້ນແລະດ້ານເສດຖະກິດສັງຄົມ. ໂດຍແນໃສ່ສິ່ງທ້າທາຍເຫຼົ່ານີ້, ທ່ານໄດ້ສະເໜີຂໍ້ລິເລີ່ມ 2 ຂໍ້ຄື: ໜຶ່ງ, ຄວນໃຫ້ພາກພື້ນແຫ່ງນີ້ຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວຫຼາຍກວ່າເກົ່າເທື່ອລະກ້າວໃນອະນາຄົດ, ເພື່ອຮັບມືກັບໄພຂົ່ມຂູ່ຈາກການປ່ຽນແປງຂອງດິນຟ້າອາກາດແລະການທຳລາຍສິ່ງແວດລ້ອມ; ສອງແມ່ນວາງມາດຕະການທີ່ມີປະສິດທິຜົນແຫ່ງການຟື້ນຕົວຄືນໃໝ່ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

ຫົວຂໍ້ຕົ້ນຕໍຂອງກອງປະຊຸມຕ່າງໆຂອງລັດຖະມົນຕີການຕ່າງປະເທດອາຊຽນປີນີ້ແມ່ນ: “ອາຊຽນ: ຮ່ວມກັນຮັບມືກັບສິ່ງທ້າທາຍ.”