ຄວາມ​ເຫັນ​ອັນ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່ຽວ​ກັບ​ບັນ​ຫາ​ໄຕ້​ຫວັນ

2022-08-04 00:22:50 cri


ຄວາມເຫັນອັນສຳຄັນຂອງທ່ານສີຈິ້ນຜິງ ປະທານປະເທດຈີນກ່ຽວກັບບັນຫາໄຕ້ຫວັນ


1,“ພວກເຮົາເດັດດ່ຽວຄັດຄ້ານການແບ່ງແຍກໄຕ້ຫວັນເປັນເອກະລາດ ແລະ ການແຊກແຊງຂອງອິດທິກຳລັງພາຍນອກ, ຈະບໍ່ຈົ່ງຊ່ອງຫວ່າງໃດໆໃຫ້ແກ່ອິດທິກຳລັງແບ່ງແຍກໄຕ້ຫວັນເປັນເອກະລາດໃນທຸກຮູບແບບ. ຈຸດຢືນຂອງລັດຖະບານຈີນ ແລະ ປະຊາຊົນຈີນໃນບັນຫາໄຕ້ຫວັນແມ່ນສະເໝີຕົ້ນສະເໝີປາຍ, ການເດັດດ່ຽວປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດຂອງຈີນ ແມ່ນຈິດໃຈທີ່ເດັດດ່ຽວໜຽວແໜ້ນຂອງປະຊາຊົນຈີນ 1,4 ຕື້ກວ່າຄົນ.”

 

2,“ການແບ່ງແຍກໄຕ້ຫວັນເປັນເອກະລາດ ເປັນອຸປະສັກໃຫຍ່ທີ່ສຸດສຳລັບການທ້ອນໂຮມປະເທດຊາດໃຫ້ເປັນເອກະພາບກັນ, ແມ່ນຄວາມໄພອັນຕະລາຍທີ່ຮ້າຍແຮງທີ່ສຸດສຳລັບການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ. ບັນຫາໄຕ້ຫວັນເປັນວຽກງານພາຍໃນຂອງຈີນທັງນັ້ນ, ຈະບໍ່ຍອມຮັບການແຊກແຊງຈາກພາຍນອກແມ່ນແຕ່ໜ້ອຍດຽວ. ບໍ່ວ່າຜູ້ໃດກໍຕາມ, ຢ່າປະເມີນຕ່ຳຄວາມຕັດສິນໃຈອັນໝັ້ນໜຽວ, ຈິດໃຈອັນເດັດດ່ຽວ ແລະ ຄວາມສາມາດອັນເຂັ້ມແຂງຂອງປະຊາຊົນຈີນໃນການປົກປັກຮັກສາອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນແຫ່ງຊາດ! ໜ້າທີ່ປະຫວັດສາດທີ່ທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນຢ່າງສົມບູນນັ້ນຕ້ອງບັນລຸຜົນເປັນຈິງ, ແລະຈະສາມາດບັນລຸຜົນເປັນຈິງໄດ້ຢ່າງແນ່ນອນ!”

 

4,“ການທ້ອນໂຮມປະເທດຊາດເຂົ້າເປັນເອກະພາບກັນໂດຍສັນຕິວິທີ ແມ່ນສອດຄ່ອງກັບຜົນປະໂຫຍດລວມຂອງປະຊາຊາດຈີນ ເຊິ່ງລວມທັງພີ່ນ້ອງຮ່ວມຊາດໄຕ້ຫວັນ. ພີ່ນ້ອງຮ່ວມຊາດສອງຝັ່ງຊ່ອງແຄບໄຕ້ຫວັນຕ້ອງຢືນຢູ່ຝ່າຍຖືກຕ້ອງໃນປະຫວັດສາດ ເພື່ອຮ່ວມກັນສ້າງພາລະກິດອັນຍິ່ງໃຫຍ່ແລະສະຫງ່າລາສີ ທີ່ທ້ອນໂຮມປະເທດຊາດ ເປັນເອກະພາບກັນຢ່າງສົມບູນ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດຈີນ.”


5,“ລະບອບທີ່ແຕກຕ່າງກັນ ບໍ່ແມ່ນສິ່ງກີດຂວາງສຳລັບການທ້ອນໂຮມປະເທດຊາດເປັນເອກະພາບກັນ, ຍິ່ງບໍ່ແມ່ນຂໍ້ອ້າງເພື່ອແບ່ງແຍກປະເທດຊາດ. ການສະເໜີອອກ“ປະເທດດຽວ ສອງລະບອບ” ກໍແມ່ນເພື່ອຄຳນຶງເຖິງສະພາບຕົວຈິງຂອງໄຕ້ຫວັນ ແລະປົກປ້ອງສິດແລະຜົນປະໂຫຍດຂອງພີ່ນ້ອງຮ່ວມຊາດໄຕ້ຫວັນ. ການປະຕິບັດ“ປະເທດດຽວ ສອງລະບອບ”ຢູ່ໄຕ້ຫວັນ ຈະພິຈາລະນາເຖິງສະພາບຕົວຈິງຂອງໄຕ້ຫວັນຢ່າງເຕັມສ່ວນ, ຈະຮັບເອົາຄວາມເຫັນແລະຂໍ້ສະເໜີຈາກວົງການຕ່າງໆຂອງສອງຝັ່ງຊ່ອງແຄບໄຕ້ຫວັນຢ່າງເຕັມສ່ວນ ແລະຈະຄຳນຶງເຖິງຜົນປະໂຫຍດແລະຄວາມຮູ້ສຶກຂອງພີ່ນ້ອງຮ່ວມຊາດໄຕ້ຫວັນຢ່າງເຕັມສ່ວນ.”


5,“ປະເທດຊາດຕ້ອງທ້ອນໂຮມເຂົ້າເປັນເອກະພາບກັນ, ແລະຈະທ້ອນໂຮມເຂົ້າເປັນເອກະພາບກັນໄດ້ຢ່າງແນ່ນອນ!”