ເຈົ້າຊີວິດກຳປູເຈຍຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້

2022-08-04 10:51:19 CRI

ວັນທີ 3 ສິງຫາ 2022 ນີ້, ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນ.

ສົມເດັດໂນໂຣດົມ ສີຫາໂມນີຊົງກ່າວວ່າ, ການພົວພັນພິເສດລະຫວ່າງກຳປູເຈຍແລະຈີນ ແມ່ນໄດ້ຮັບການກໍ່ຕັ້ງ ແລະ ບຳລຸງສ້າງຈາກຜູ້ນຳຮຸ່ນເກົ່າ, ປັດຈຸບັນ ໄດ້ຂະຫຍາຍມາເຖິງລະດັບສູງສຸດໃນປະຫວັດສາດ. ຝ່າຍກຳປູເຈຍເຫັນດີເຫັນພ້ອມ ແລະ ສະໜັບສະໜູນຂໍ້ລິເລີ່ມວ່າດ້ວຍການພັດທະນາທົ່ວໂລກ ແລະ ຂໍ້ລິເລີ່ມວ່າດ້ວຍຄວາມໝັ້ນຄົງທົ່ວໂລກ ທີ່ທ່ານປະທານສີຈິ້ນຜິງສະເໜີອອກມາ. ສົມເດັດໂນໂຣດົມ ສີຫາໂມນີຊົງກ່າວເນັ້ນໜັກວ່າ, ກຳປູເຈຍຈະສືບຕໍ່ຍຶດໝັ້ນຫຼັກການປະເທດຈີນດຽວ ແລະ ຢືນຢູ່ຄຽງຂ້າງປະເທດຈີນຢ່າງເດັດດ່ຽວໜຽວແໜ້ນ.

ທ່ານຫວາງຢີ້ສະແດງຄວາມຊົມເຊີຍຕໍ່ກຳປູເຈຍທີ່ໄດ້ປະຕິບັດນະໂຍບາຍປະເທດຈີນດຽວຢ່າງເດັດດ່ຽວ ແລະ ກ່າວເນັ້ນໜັກວ່າ, ຄຳເວົ້າແລະການກະທຳໃດໆ ທີ່ລະເມີດຫຼັກການປະເທດຈີນດຽວນັ້ນ, ລ້ວນແຕ່ເປັນສິ່ງທ້າທາຍຕໍ່ຄວາມຮັບຮູ້ທົ່ວໄປຂອງສາກົນ, ພ້ອມທັງເປັນການທຳລາຍສັນຕິພາບຂອງພາກພື້ນ ແລະ ເຂດຊ່ອງແຄບໄຕ້ຫວັນ, ຄວນຖືກປະຊາຄົມໂລກກ່າວປະນາມຢ່າງເປັນເອກະພາບກັນ. ຈີນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ການພັດທະນາເສດຖະກິດສັງຄົມຂອງກຳປູເຈຍຕາມຄວາມສາມາດຂອງຕົນ ໂດຍອີງຕາມຄວາມຕ້ອງການຂອງຝ່າຍກຳປູເຈຍ.

ມື້ດຽວກັນ, ທ່ານຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍກໍໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງຢີ້.