ໂຮງໄຟຟ້ານິວເຄລຍເລກ 1 ຢູ່ເກາະຟູຄຸຊິມະຂອງບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນ ເລີ່ມລົງມືກໍ່ສ້າງໂຄງການປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີລົງສູ່ທະເລຢ່າງເປັນທາງການ

2022-08-04 10:50:31 CRI

ຕາມຂ່າວສານຈີຈີຂອງຍີ່ປຸ່ນລາຍງານວ່າ: ຕອນເຊົ້າວັນທີ 4 ສິງຫາ 2022 ນີ້, ໂຮງໄຟຟ້ານິວເຄລຍເລກ 1 ຢູ່ເກາະຟູຄຸຊິມະຂອງບໍລິສັດພະລັງງານໄຟຟ້າໂຕກຽວຍີ່ປຸ່ນ ເລີ່ມລົງມືກໍ່ສ້າງໂຄງການປ່ອຍນ້ຳປົນເປື້ອນກຳມັນຕະພາບລັງສີນິວເຄລຍລົງສູ່ທະເລຢ່າງເປັນທາງການ, ຄາດວ່າຈະສຳເລັດການກໍ່ສ້າງໃນລະດູໃບໄມ້ປົ່ງປີໜ້າ. ຖ້າບໍ່ສາມາດສ້າງໂຄງການດັ່ງກ່າວໃຫ້ສຳເລັດຕາມເວລາທີ່ກຳນົດໄວ້ຍ້ອນປັດໄຈອາກາດ, ກໍອາດຈະສຳເລັດການກໍ່ສ້າງໃນລະດູຮ້ອນປີໜ້າ.