ທ່ານຫວາງຢີ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ + 3

2022-08-05 10:45:45 CRI

ວັນທີ 4 ສິງຫານີ້, ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບຈີນ, ຍີ່ປຸ່ນ ແລະ ສ. ເກົາຫຼີ ຫຼື ອາຊຽນ + 3.

ທ່ານຫວາງຢີ້ກ່າວວ່າ, ການຮ່ວມມືອາຊຽນ + 3 ພວມຕົກຢູ່ໃນໄລຍະສຳຄັນທີ່ສືບຕໍ່ອະດີດ ແລະ ອວ່າຍໜ້າໄປສູ່ອະນາຄົດ, ຈີນຍິນດີຮ່ວມກັນກັບປະເທດຕ່າງໆໃນພາກພື້ນນີ້, ຍຶດໝັ້ນສາມັກຄີ ແລະ ປະສານງານກັນ, ຍຶດໝັ້ນຖືເອົາການຮ່ວມມືອາຊຽນ + 3 ເປັນຊ່ອງທາງຕົ້ນຕໍໃນການຮ່ວມມືໃນພາກພື້ນອາຊີຕາເວັນອອກ, ຍຶດໝັ້ນວັດຖຸປະສົງແຕ່ຫົວທີແຫ່ງການທີ່ຮ່ວມກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມກ້າວໜ້າຂອງພາກພື້ນ, ຊຸກຍູ້ໃຫ້ການຮ່ວມມືອາຊີຕາເວັນອອກຮັກສາທ່ວງທ່າພັດທະນາ ແລະ ບັນລຸການກ້າວກະໂດດຂັ້ນໃໝ່.

ຝ່າຍຕ່າງໆໄດ້ເປັນເອກະພາບກັນເຫັນດີເລັ່ງລັດຂະບວນການເຊື່ອມໂຍງເຂົ້າກັນຂອງພາກພື້ນ, ຈັດຕັ້ງປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP, ຊ່ວຍປະເທດຕ່າງໆເພີ່ມຄວາມແໜ້ນໜຽວດ້ານເສດຖະກິດ, ຮັບປະກັນໃຫ້ຕ່ອງໂສ້ການຜະລິດແລະການສະໜອງມີຄວາມໂລ່ງລ່ຽນ ແລະ ຮ່ວມກັນຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຂອງສະບຽງອາຫານ ແລະ ພະລັງງານ. ຝ່າຍຕ່າງໆຈະລົງເລິກການຮ່ວມມືໃນຂົງເຂດສາທາລະນະສຸກ, ເສດຖະກິດດີຈີຕອນ, ການພັດທະນາແບບສີຂຽວ ແລະ ອື່ນໆ, ບັນລຸການພັດທະນາແບບກາກບອນຕ່ຳ ແລະ ຍືນຍົງ ເພື່ອຊຸກຍູ້ການຮ່ວມມືອາຊຽນ + 3 ສ້າງຄວາມສຸກໃຫ້ແກ່ປະຊາຊົນປະເທດຕ່າງໆໄດ້ດີກວ່າເກົ່າ.