ທ່ານຫວາງຢີ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ

2022-08-05 10:46:38 CRI

ວັນທີ 4 ສິງຫາ 2022 ນີ້, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເປັນປະທານຮ່ວມຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຈີນ-ອາຊຽນ ຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ມີລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນ ແລະ ເລຂາທິການໃຫຍ່ອາຊຽນໄດ້ເຂົ້າຮ່ວມກອງປະຊຸມ.

ທ່ານຫວາງຢີ້ກ່າວວ່າ, ເດືອນພະຈິກປີຜ່ານມາ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ຜູ້ນຳບັນດາປະເທດສະມາຊິກອາຊຽນ ໄດ້ຮ່ວມກັນປະກາດສ້າງການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນ. ເປັນເວລາເຄິ່ງປີປາຍມານີ້, ການຮ່ວມມືໃນຂົງເຂດຕ່າງໆລະຫວ່າງຈີນແລະອາຊຽນໄດ້ປະສົບຜົນສຳເລັດທີ່ດີງາມ. ຈີນຍິນດີຮ່ວມກັນກັບອາຊຽນ, ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງຝ່າຍ, ລົງເລິກການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຢ່າງບໍ່ຢຸດຢັ້ງ, ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ແໜ້ນແຟ້ນກວ່າເກົ່າ.

ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນທີ່ເຂົ້າຮ່ວມກອງປະຊຸມ ໄດ້ເປັນເອກະພາບກັນສະແດງຄວາມຊົມເຊີຍຕໍ່ຈີນ ທີ່ໄດ້ສະໜັບສະໜູນຖານະທີ່ເປັນໃຈກາງຂອງອາຊຽນຢ່າງສະເໝີຕົ້ນສະເໝີປາຍ. ບັນດາລັດຖະມົນຕີໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການປະຕິບັດສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP, ສະແດງຄວາມຊົມເຊີຍຕໍ່ຈີນ ທີ່ໄດ້ນຳໜ້າເຊັນສັນຍາການຄ້າເສລີກັບອາຊຽນ ແລະ ຫວັງວ່າຈະລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດໃນຂົງເຂດຕ່າງໆກັບຈີນຕື່ມອີກ.

ທ່ານຫວາງຢີ້ໄດ້ຊີ້ແຈງເຖິງຫຼັກໝັ້ນອັນເຄັ່ງຂຶມຂອງຈີນ ກ່ຽວກັບການກະທຳທີ່ທ້າທາຍອະທິປະໄຕຈີນຂອງອາເມຣິກາ, ບັນດາຝ່າຍໄດ້ຢືນຢັນວ່າ ຈະຍຶດໝັ້ນນະໂຍບາຍປະເທດຈີນດຽວ, ສະໜັບສະໜູນຈີນປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ລັດຖະມົນຕີການຕ່າງປະເທດຂອງບັນດາປະເທດສະມາຊິກອາຊຽນ ໄດ້ອອກຖະແຫຼງການກ່ຽວກັບສະຖານະການຢູ່ສອງຝັ່ງຊ່ອງແຄບໄຕ້ຫວັນ ແລະ ຢ້ຳຄືນເຄົາລົບຫຼັກການປະເທດຈີນດຽວ.