ລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ ຖະແຫຼງການ ກ່ຽວກັບໄຕ້ຫວັນຂອງກຸ່ມG7ເປັນພຽງ “ເຈ້ຍເສດ”

2022-08-05 10:27:45 cri



ຄ່ຳຄືນວັນທີ 4 ສິງຫານີ້,  ໃນໄລຍະເຂົ້າຮ່ວມກອງປະຊຸມຕ່າງໆລະດັບ ລັດຖະມົນຕີການຕ່າງປະເທດກ່ຽວກັບການຮ່ວມມືອາຊີຕາເວັນອອກຢູ່ນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ໃຫ້ສຳພາດຕໍ່ນັກຂ່າວວິທະຍຸໂທລະພາບສູນກາງຈີນຫຼື CMG ໂດຍທ່ານໄດ້ກ່າວວ່າ: ກຸ່ມ 7 ປະເທດຕາເວັນຕົກຫຼື G7 ເຕົ້າໂຮມກັນອອກອັນທີ່ເອີ້ນວ່າ ຖະແຫຼງການ ກ່ຽວກັບສະຖານະການຢູ່ເຂດຊ່ອງແຄບໄຕ້ຫວັນໃນປັດຈຸບັນ. ຝ່າຍຈີນຄັດຄ້ານຕໍ່ ຖະແຫຼງການນີ້ຢ່າງເດັດຂາດ, ເພາະວ່າມັນປິ້ນຂາວໃຫ້ເປັນດຳ. ຄວາມຍຸຕິທຳ ທົ່ວໄປຢູ່ໃສ?  ຫຼັກການພື້ນຖານແຫ່ງການພົວພັນສາກົນຢູ່ໃສ? ຂ້າພະເຈົ້າ ເຊື່ອໝັ້ນວ່າ ຖະແຫຼງການສະບັບນີ້ເປັນພຽງ “ເຈ້ຍເສດ”ໃບໜຶ່ງເທົ່ານັ້ນ.

ທ່ານຫວາງຢີ້ກ່າວຕື່ມວ່າ: ສິ່ງທີ່ພວກເຮົາໄດ້ເຫັນຄື 100 ກວ່າປະເທດຢູ່ໃນໂລກໄດ້ອອກມາສະແດງທັດສະນະທ່າທີຂອງຕົນໃນການຍຶດໝັ້ນຫຼັກການປະເທດຈີນດຽວ, ສະໜັບສະໜູນຈີນປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນ ອັນຄົບຖ້ວນ, ຄັດຄ້ານການລ່ວງລ້ຳອະທິປະໄຕຂອງຈີນ. ພວກເຮົາຍັງໄດ້ເຫັນ ອົງການສະຫະປະຊາຊາດສະແດງທັດສະນະທ່າທີເຊັ່ນດຽວກັນ, ທ່ານ ອັນໂຕນີໂອ ກູເຕີເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດພ້ອມດ້ວຍ ໂຄສົກຂອງທ່ານໄດ້ກ່າວຢືນຢັນຕາມລຳດັບວ່າ: ອົງການສະຫະປະຊາຊາດຈະ ສືບຕໍ່ຍຶດໝັ້ນມະຕິເລກທີ 2758, ເຊິ່ງເນື້ອໃນທີ່ເປັນແກນກາງຂອງມະຕິສະບັບນີ້ ກໍແມ່ນ ປະເທດຈີນດຽວ, ໄຕ້ຫວັນເປັນພຽງພາກສ່ວນໜຶ່ງຂອງຈີນ. ຂ້າພະເຈົ້າເຊື່ອໝັ້ນວ່າ ສິ່ງນີ້ຈິ່ງແມ່ນຫາງສຽງຮ່ວມທີ່ີແທ້ຈິງຂອງປະຊາຄົມໂລກ.