ສໍານັກງານອົງການສະຫະປະຊາຊາດປະຈໍາເຊີແນວຢໍ້າຄືນວ່າຍຶດໝັ້ນຫຼັກການປະເທດຈີນດຽວ

2022-08-05 19:13:46 cri


ວັນທີ 5 ສິງຫາານີ້, ຕໍ່ກັບເລື່ອງທີ່ທ່ານນາງແນນຊີ ເປໂລຊີ ປະທານສະພາຕໍ່າອາເມຣິກາໄດ້ເດີນທາງໄປຢ້ຽມຢາມເຂດໄຕ້ຫວັນຂອງຈີນໃນຫວ່າງມໍ່ໆມານີ້, ໂຄສົກສໍານັກງານອົງການສະຫະປະຊາຊາດປະຈໍາເຊີແນວ ໄດ້ກ່າວຢໍ້າຄືນວ່າ ຍຶດໝັ້ນຫຼັກການປະເທດຈີນດຽວ ໂດຍທ່ານໄດ້ຢືນຢັນວ່າ: ອົງການສະຫະປະຊາຊາດປະຕິບັດຕາມມະຕິເລກທີ 2758 ກ່ຽວກັບຫຼັກການປະເທດຈີນດຽວຂອງກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດເມື່ອປີ 1971.