ພວກນັກການເມືອງອາເມຣິກາປະກາດຢືນຢູ່ນຳໃຜ ກໍຈະນຳເອົາຄວາມປັ່ນປ່ວນ ແລະໄພພິບັດໄປສູ່ຜູ້ນັ້ນ

2022-08-05 10:55:38 cri

ຕາມຂ່າວລາຍງານວ່າ: ວັນທີ 3 ສິງຫານີ້, ທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາ ໄດ້ອອກຖະແຫຼງການວ່າ: ທ່ານໄດ້ນຳພາຄະນະຜູ້ແທນສະພາຕ່ຳອາເມຣິກາໄປຢ້ຽມຢາມໄຕ້ຫວັນ ເປັນການຢັ້ງຢືນຢ່າງເຂັ້ມແຂງວ່າ ອາເມຣິກາຢືນຢູ່ນຳໄຕ້ຫວັນ. ຕໍ່ກັບເລື່ອງນີ້, ທ່ານນາງຮວ້າຊຸ່ນຢິງ ໂຄສົກກະຊວງການ

ຕ່າງປະເທດຈີນກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 4 ສິງຫານີ້ວ່າ: ພວກເຮົາໄດ້ຍິນມາໂດຍຕະຫຼອດວ່າ ນັກການເມືອງຂອງອາເມຣິກາມັກເວົ້າວ່າພວກເຂົາຢືນຢູ່ນຳຜູ້ນີ້ຜູ້ນັ້ນ, ແຕ່ປະຫວັດສາດ ແລະເລື່ອງລາວຄວາມຈິງໄດ້ພິສູດໃຫ້ເຫັນມາຫຼາຍເທື່ອແລ້ວວ່າ: ພວກນັກການເມືອງອາເມຣິກາປະກາດຢືນຢູ່ນຳໃຜ ກໍຈະນຳເອົາຄວາມປັ່ນປ່ວນ ແລະໄພພິບັດໄປສູ່ຜູ້ນັ້ນ. ເມື່ອເບິ່ງຈາກສະພາບການຂອງອີຣັກ, ຊີຣີ, ລີບີ ແລະອັຟການີສະຖານ, ແລ້ວຫວນຄືນໃສ່ຄຳເວົ້າຂອງທ່ານນາງແນນຊີ ເປໂລຊີ, ອັນທີ່ເອີ້ນວ່າ “ທີວທັດທີ່ສວຍງາມ” ທີ່ອາເມຣິກາຈະຢືນຢູ່ນຳພວກເຂົາ ແລະພວກ “ແບ່ງແຍກຮົງກົງເປັນເອກະລາດ” ດຽວນີ້ເປັນຄືແນວໃດແລ້ວ?