ຊາຕາກຳຂອງຄອບຄົວພວກສະຫາຍມີການພົວພັນຢ່າງສະໜິດແໜ້ນກັບປະເທດຊາດ

2022-08-05 09:37:41 cri





 

ທ່ານຫຼີຟ່າຊຸ້ນ ເປັນຊາວບ້ານເຜົ່າວາ ຊືໂມລາ ຢູ່ເມືອງເທີງຊົ່ງແຂວງຢຸນນານຈີນ, ມີຄວາມຊົງຈຳຕອນໜຶ່ງໄດ້ບັນທຶກໄວ້ຢູ່ໃນຈິດໃຈຂອງຄອບຄົວລາວມາໂດຍຕະຫຼອດ, ນັ້ນກໍຄື ວັນທີ 19 ມັງກອນປີ 2020, ໃນໄລຍະກ່ອນຈະຮອດບຸນກຸດຈີນ, ທ່ານເລຂາທິການໃຫຍ່ສີຈິ້ນຜິງໄດ້ໄປຢ້ຽມຢາມເຮືອນຂອງລາວ, ທັງໄດ້ນັ່ງລົມເລື່ອງລາວຊີວິດປະຈຳວັນກັບພີ່ນ້ອງປະຊາຊົນທັງຫຼາຍ.

 

ທ່ານສີຈິ້ນຜິງຖາມວ່າ, “ຫຼັງຈາກຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ, ຍັງມີອັນໃດທີ່ຕ້ອງການປັບປຸງໃຫ້ດີຂຶ້ນບໍ່?”

 

ທ່ານຫຼີຟ່າຊຸ້ນຕອບວ່າ: “ຫວັງວ່າຜູ້ເຖົ້າຈະມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ມື້ໜ້າລູກສອງຄົນມີວຽກທີ່ດີເຮັດ, ກໍພໍໃຈແລ້ວ.”

 

ຢູ່ທ່າມກາງການຖາມຕອບ, ໃນເດີ່ນບ້ານນ້ອຍແຫ່ງນີ້ແມ່ນເຕັມໄປດ້ວຍສຽງຫົວທີ່ເບີກບານມ່ວນຊື່ນ ແລະ ບັນຍາກາດທີ່ອົບອຸ່ນ.

 

ຊືໂມລາ ໃນພາສາເຜົ່າວາມີຄວາມໝາຍວ່າ “ບ່ອນທີ່ມີຄວາມສຸກ”. ຢູ່ທີ່ແຫ່ງນີ້ ແມ່ນອ້ອມຮອບໄປດ້ວຍພູຂຽວ ປະຊາຊົນມີນິດໄສດີຈິດໃຈບໍລິສຸດລຽບງ່າຍ. ໃນເວລາທີ່ທ່ານສີຈິ້ນຜິງເຄື່ອນໄຫວສຳຫຼວດວຽກງານຄັ້ງນີ້, ພາຍໃນບ້ານມີ 16 ຄອບຄົວທຸກຍາກທີ່ໄດ້ລົງທະບຽນ ລວມທັງໝົດ 71 ຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກທັງໝົດ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງຊາວບ້ານມີຫຼາຍກວ່າ  1 ໝື່ນຢວນ.

 

ປີ 2017, ທ່ານຫຼີຟ່າຊຸ້ນ ຊາວບ້ານເຜົ່າວາທີ່ເຄີຍຕົກຢູ່ໃນຄວາມທຸກຍາກຍ້ອນຄວາມພິການ, ຜ່ານການຊ່ວຍເຫຼືອຂອງລັດຖະບານ ແລະ ຄວາມພະຍາຍາມຂອງລາວເອງ ກໍສາມາດຫຼຸດພົ້ນອອກຈາກຄວາມທຸກຍາກໄດ້, ປີ 2019 ລາຍຮັບຂອງຄອບຄົວລາວແມ່ນຫຼາຍກວ່າ 4 ໝື່ນຢວນ.

 

ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຕິດຕາມສະພາບຫຼັງຈາກການຫຼຸດພົ້ນອອກຈາກຄວາມທຸກຍາກຂອງຄອບຄົວທ່ານຫຼີຟ່າຊຸ້ນ, ທ່ານສີຈິ້ນຜິງຖາມວ່າ: “ປັດຈຸບັນພວກສະຫາຍເຮັດວຽກຫຍັງເປັນຫຼັກ?”  “ຜູ້ເຖົ້າສຸຂະພາບຍັງແຂງແຮງຢູ່ບໍ່? ການປິ່ນປົວສຸຂະພາບມີການຮັບປະກັນບໍ່?” “ລູກສອງຄົນກຳລັງຮຽນຢູ່ບໍ່? ຄ່າຮຽນເປັນຈັ່ງໃດ? ມີເງິນອຸດໜູນການຮຽນບໍ່?” ທ່ານສີຈິ້ນຜິງໄດ້ຖາມຢ່າງລະອຽດກ່ຽວກັບຕົວຊີ້ວັດ ຕ່າງໆປິ່ນອ້ອມນະໂຍບາຍ “3 ຮັບປະກັນ”.

 

ນາງຫຼີລຽນຫ່ວນ ລູກສາວກົກຂອງທ່ານຫຼີຟ່າຊຸ້ນທີ່ກຳລັງຮຽນຢູ່ປີ 3 ຂອງມະຫາວິທະຍາໄລພວມກະກຽມສອບເສັງລະດັບປະລິນຍາໂທ, ເມື່ອທ່ານສີຈິ້ນຜິງຮັບຟັງແລ້ວເພິ່ນກໍໃຫ້ກຳລັງໃຈໃນທັນທີວ່າ: “ຜູ້ມີອຸດົມການຈະໄດ້ຮັບຜົນສຳເລັດຢ່າງແນ່ນອນ.”

 

ທ້າວຫຼີລຽນປິ່ນ ນ້ອງຊາຍຂອງນາງຫຼີລຽນຫ່ວນທີ່ນັ່ງຢູ່ເບື້ອງຂວາມືຂອງທ່ານສີຈິ້ນຜິງ, ເຖິງວ່າ ລາວກຳລັງຮຽນຢູ່ປີ 3 ຂອງຊັ້ນມັດທະຍົມຕອນປາຍ, ແຕ່ກໍໄດ້ວາງແຜນຊີວິດຂອງຕົນຄືກັນກັບເອື້ອຍ. ລາວເວົ້າວ່າ: “ຫຼານກຽມຈະເສັງເຂົ້າວິທະຍາຄານເຈົ້າໜ້າທີ່ຕຳຫຼວດປະກອບອາວຸດເສສວນ.”

 

“ດີ, ມີອຸດົມການທີ່ດີ! ມື້ຫນ້າຈະເປັນຕຳຫຼວດປະກອບອາວຸດ ແລະ ເຂົ້າເປັນທະຫານ, ຕ້ອງຫັດກາຍບໍລິຫານເຮັດໃຫ້ຮ່າງກາຍແຂງແຮງໄດ໋, ລຸງຂໍອວຍພອນໃຫ້ຫຼານຈົ່ງປະສົບຜົນສຳເລັດ.

” ທ່ານສີຈິ້ນຜິງເວົ້າດ້ວຍຄວາມໜັກແໜ້ນວ່າ: “ຄອບຄົວນ້ອຍຂອງພວກຫຼານ ໄດ້ຕິດພັນກັບຊາຕາກຳຂອງປະເທດຊາດຢ່າງສະໜິດແໜ້ນ, ການສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ, ແລ້ວກ້າວໄປສູ່ການສ້າງປະເທດສັງຄົມນິຍົມທີ່ເຂັ້ມແຂງ ແລະ ທັນສະໄໝຢ່າງຮອບດ້ານ, ອາຍຸຂອງພວກຫຼານພໍດີຖືກກັບໂອກາດນີ້, ໃນອະນາຄົດຈະເປັນຜູ້ສືບທອດພາລະກິດຂອງພັກ ແລະ ປະເທດຊາດ, ທັງເປັນຜູ້ສືບທອດພາລະກິດຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊາດ.”

 

ນາງຫຼີລຽນຫ່ວນ ແລະ ນ້ອງຊາຍໄດ້ພາກັນງຶກຫົວ, ໃນສາຍຕາຂອງເຂົາເຈົ້າແມ່ນເຕັມໄປດ້ວຍຄວາມໝັ້ນໃຈ ແລະ ມີພະລັງແຮງ.

 

ປີ 2021, ນາງຫຼີລຽນຫ່ວນອາໄສການບຸກບືນສູ້ຊົນຂອງຕົນເອງ, ເສັງໄດ້ລະດັບປະລິນຍາໂທວິຊາການບັນຊີຂອງມະຫາວິທະຍາໄລຊົນເຜົ່າເປີຍຟ່າງ, ທ້າວຫຼີລຽນປິ່ນກໍໄດ້ກາຍເປັນຕຳຫຼວດປະກອບອາວຸດຢ່າງມີກຽດ. ເມື່ອຫວນຄືນເຖິງສະພາບການທີ່ໂອ້ລົມກັບທ່ານສີຈິ້ນຜິງ, ນາງຫຼີລຽນຫ່ວນຮູ້ສຶກອົບອຸ່ນໃຈທີ່ສຸດ: “ການໃຫ້ກຳລັງໃຈຂອງທ່ານເລຂາທິການໃຫຍ່ເຮັດໃຫ້ຂ້ອຍມີຄວາມໝັ້ນໃຈເພີ່ມຂຶ້ນ. ຂ້ອຍຈະສືບຕໍ່ສ້າງຊີວິດທີ່ດີງາມກວ່າເກົ່າ.”

 

ປັດຈຸບັນນີ້, ຊີວິດການເປັນຢູ່ຂອງຄອບຄົວທ່ານຫຼີຟ່າຊຸ້ນນັບມື້ນັບດີຂຶ້ນ, ບ້ານເຜົ່າວາຊືໂມລາພວມສ້າງຊົນນະບົດທີ່ມີເອກະລັກພິເສດລະດັບ 4A, ແລະເຂດສາທິດດ້ານຄວາມສາມັກຄີລະຫວ່າງຊົນເຜົ່າ ແລະ ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ. ຊືໂມລາ, ພວມຫັນຈາກຄວາມຫວັງທີ່ດີງາມ ກາຍເປັນ ບ່ອນທີ່ມີຄວາມສຸກຢ່າງແທ້ຈິງ.