ປະຊາຄົມໂລກສະໜັບສະໜູນຫຼັກໝັ້ນຂອງຈີນໂດຍຄັດຄ້ານການທ້າທາຍເກາະຜິດຂອງອາເມຣິກາ

2022-08-05 10:51:11 cri

   ໂດຍແນໃສ່ກໍລະນີທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນ,ອົງການຈັດຕັ້ງສາກົນແລະຫຼາຍປະເທດໄດ້ກ່າວຢ້ຳວ່າຍຶດໝັ້ນຫຼັກການປະເທດຈີນດຽວ ໂດຍສະໜັບສະໜູນຫຼັກໝັ້ນຂອງຈີນຢ່າງເດັດດ່ຽວ.

   ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນເມື່ອວັນທີ3ສິງຫານີ້,ທ່ານ ອັນໂນີໂອ ກູເຕິເຣັສ ເລຂາທິການໃຫຍ່ອົງການສະຫະປະຊາຊາດໄດ້ກ່າວຢ້ຳວ່າຍຶດໝັ້ນຫຼັກການປະເທດຈີນດຽວ ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບກໍລະນີທ່ານນາງແນນຊີ ເປໂລຊີ ປະທານສະພາຕ່ຳອາເມຣິກາເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນ.

   ກະຊວງການຕ່າງປະເທດແລະການຮ່ວມມືສາກົນກຳປູເຈຍ ໃນນາມປະເທດປະທານໝູນວຽນອາຊຽນໄດ້ອອກຖະແຫຼງການລະບຸວ່າ:ປະເທດສະມາຊິກອາຊຽນໄດ້ສະໜັບສະໜູນຫຼັກ ການປະເທດຈີນດຽວ,ທັງຮຽກຮ້ອງໃຫ້ປົກປ້ອງ“ກົດບັດສະຫະປະຊາຊາດ” ແລະ “ສັນຍາວ່າດ້ວຍໄມຕີຈິດມິດຕະພາບແລະການຮ່ວມມືໃນອາຊີຕາເວັນອອກສຽງໃຕ້”.

   ກະຊວງການຕ່າງປະເທດມຽນມາອອກຖະແຫຼງການ ໂດຍຢ້ຳຄືນວ່າຍຶດໝັ້ນຫຼັກການປະເທດຈີນດຽວ,ຄັດຄ້ານການທ້າທາຍເກາະຜິດຂອງອາເມຣິກາ,ເຫັນວ່າສິ່ງນີ້ຈະເຮັດໃຫ້ສະຖານະການຢູ່ພາກພື້ນປັ່ນປ່ວນຂຶ້ນ.

   ນອກຈາກນີ້ແລ້ວ,ອິນໂດເນເຊຍ,ປາກີສະຖານ,ໄທແລະສີລັງກາເປັນຕົ້ນລ້ວນແຕ່ໄດ້ສະແດງຄວາມຄັດຄ້ານຕໍ່ອາເມຣິກາທີ່ລ່ວງລ້ຳອະທິປະໄຕຂອງຈີນ ໂດຍກ່າວຢ້ຳວ່າຍຶດໝັ້ນຫຼັກການປະເທດຈີນດຽວ.