ຜູ້ເສຍຊີວິດໃນເຫດການອັກຄີໄພໃນໂຮງລາຕີບັນເທິງແຫ່ງໜຶ່ງ ຂອງປະເທດໄທໄດ້ເພີ່ມຂຶ້ນເປັນ 14 ຄົນ

2022-08-06 15:27:43 CRI

ວັນທີ 5 ສິງຫານີ້ຕາມເວລາທ້ອງຖິ່ນ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງໂຮງໝໍທີ່ຮັບຜິດຊອບການຮັບປິ່ນປົວຜູ້ໄດ້ຮັບບາດເຈັບໃນເຫດການອັກຄີໄພທີ່ເກີດຂຶ້ນໃນໂຮງລາຕີບັນເທິງແຫ່ງໜຶ່ງຂອງແຂວງຊຸນບູລີ ປະເທດໄທ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນຕອນບ່າຍມື້ດຽວກັນວ່າ: ຈຳນວນຜູ້ເສຍຊີວິດໃນເຫດການອັກຄີໄພດັ່ງກ່າວໄດ້ເພີ່ມຂຶ້ນເປັນ 14 ຄົນ, ນອກນີ້, ຍັງມີ 16 ຄົນບາດເຈັບສາຫັດ ແລະຍັງຢູ່ໃນສະພາບບໍ່ມີສະຕິ, ຕ້ອງຮັກສາຊີວິດດ້ວຍເຄື່ອງຊ່ວຍຫາຍໃຈ, ໃນນັ້ນ, ມີ 15 ຄົນຜິວໜັງຖືກໄຟລວກຫຼາຍກວ່າ 60% ແລະມີ 2 ຄົນຜິວໜັງຖືກໄຟລວກຫຼາຍກວ່າ 80%.

ຕອນຂ້ອນແຈ້ງປະມານ 1 ໂມງຂອງວັນທີ 5 ສິງຫານີ້, ໂຮງລາຕີບັນເທິງ Mountain B ຂອງແຂວງຊຸນບູລີປະເທດໄທໄດ້ເກີດອັກຄີໄພ, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບເປັນຈຳນວນຫຼວງຫຼາຍ. ຜົນການສືບສວນ-ສອບສວນເບື້ອງຕົ້ນສະແດງໃຫ້ເຫັນວ່າ, ໂຮງລາຕີບັນເທິງແຫ່ງນີ້ດຳເນີນທຸລະກິດຢ່າງຜິດກົດລະບຽບ.