ທະນາຄານກາງມຽນມາປັບຫຼຸດອັດຕາແລກປ່ຽນເງິນຈາດກັບໂດລາສະຫະລັດ

2022-08-06 15:28:40 CRI

ວັນທີ 5 ສິງຫານີ້ຕາມເວລາທ້ອງຖິ່ນ, ທະນາຄານກາງມຽນມາໄດ້ປັບຫຼຸດອັດຕາແລປ່ຽນລະຫວ່າງເງິນຈາດກັບໂດລາສະຫະລັດ ຄືຈາກ 1850 ເງິນຈາດແລກປ່ຽນ 1 ໂດລາສະຫະລັດ, ປັບໃຫ້ເປັນ 2100 ເງິນຈາດ ແລກປ່ຽນ 1 ໂດລາສະຫະລັດ.

ວັນທີ 3 ເມສາປີ 2022 ນີ້, ທະນາຄານກາງມຽນມາໄດ້ອອກແຈ້ງການ ໂດຍປະຕິບັດມາດຕະການຄຸ້ມຄອງແລະຄວບຄຸມທີ່ເຂັ້ມງວດກວ່າເກົ່າ ຕໍ່ການຮັບແລະຊຳລະເງິນດ້ວຍເງິນຕາຕ່າງປະເທດ ເຊິ່ງລວມທັງລາຍຮັບທີ່ເປັນເງິນຕາຕ່າງປະເທດຂອງປະຊາຊົນມຽນມາ ຕ້ອງໂອນເຂົ້າບັນຊີເງິນຕາຕ່າງປະເທດທີ່ເປີດໃນທະນາຄານທີ່ໄດ້ຮັບການອະນຸຍາດແລກປ່ຽນເງິນຕາຕ່າງປະເທດຂອງມຽນມາພາຍໃນເວລາ 1 ວັນລັດຖະການ ແລະ ແລກປ່ຽນເປັນເງິນມຽນມາຕາມອັດຕາແລກປ່ຽນທາງການຂອງມຽນມາ.

ໃນຫຼາຍເດືອນຜ່ານມາ, ອັດຕາແລກປ່ຽນຂອງເງິນຈາດໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ກ່ອນໜ້ານີ້ເຄີຍໄດ້ຫຼຸດລົງເປັນ 2800 ເງິນຈາດແລກປ່ຽນ 1 ໂດລາສະຫະລັດ.