ລັດຖະບານຫຼາຍປະເທດກ່າວຢ້ຳວ່າ: ຍຶດໝັ້ນຫຼັກການປະເທດຈີນດຽວ

2022-08-07 11:11:24 cri

ຫວ່າງມໍ່ໆມານີ້, ລັດຖະບານຫຼາຍປະເທດສືບຕໍ່ອອກສຽງທີ່ເປັນທຳດ້ວຍຮູບແບບຕ່າງໆ ເພື່ອກ່າວປະນາມນາງແນນຊີ ເປໂລຊີ ປະທານສະພາຕ່ຳອາ ເມຣິກາທີ່ເດີນທາງຢ້ຽມຢາມເຂດໄຕ້ຫວັນຂອງຈີນຕາມລຳພັງໃຈ, ຄັດຄ້ານອາເມຣິກາທີ່ສະໜັບສະໜູນແລະຍຸຍົງອິດທິກຳລັງແບ່ງແຍກໄຕ້ຫວັນອອກເປັນເອກະລາດ, ທັງໄດ້ກ່າວຢ້ຳວ່າ: ຈະຍຶດໝັ້ນຫຼັກການປະເທດຈີນດຽວ.

ທ່ານ ອັບເດວ ຟັດຕາ ອັນຊີຊີ ປະທານາທິບໍດີເອຢິບໄດ້ກ່າວໃນເວລາຖ່າວຄຳປາໄສຢ່າງເປີດເຜີຍວ່າ: ເອຢິບມີຫຼັກໝັ້ນທີ່ເດັດດ່ຽວມາໂດຍຕະຫຼອດກ່ຽວກັບນະໂຍບາຍໃນບັນຫາໄຕ້ຫວັນ. ເອຢິບປະຕິບັດຕາມຫຼັກການປະເທດຈີນດຽວ ແລະເຫັນວ່າ: ນີ້ຈະມີຜົນດີຕໍ່ການຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງໂລກ.

ທ່ານເຟລິສ ໂມລູອາ ນາຍົກລັດຖະມົນຕີອາຟຣິກາກາງກ່າວວ່າ: ເດັດດ່ຽວສະໜັບສະໜູນຫຼັກການປະເທດຈີນດຽວ ແລະຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງ ຄວນເຄົາລົບຄຳໝັ້ນສັນຍາທາງການເມືອງທີ່ກ່ຽວຂ້ອງທີ່ຈີນ-ອາເມຣິກາໄດ້ຕົກລົງກັນ.

ນອກນີ້, ຟິລິບປິນ, ອີຣັກ, ບັງກາລາເດັດ, ຊັອກດານີ, ເຄັນຢາ, ເນບານ ແລະປະເທດອື່ນໆກໍໄດ້ກ່າວຢ້ຳວ່າຍຶດໝັ້ນຫຼັກການປະເທດຈີນດຽວດ້ວຍການອອກຖະແຫຼງການ, ກ່າວຄຳປາໄສແລະຮູບແບບອື່ນໆ ເພື່ອສະໜັບສະໜູນຈີນປົກປັກຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.