ທະຫານອາເມຣິກາທີ່ປະຈຳຢູ່ຊີເຣຍຢ່າງຜິດກົດໝາຍລັກຂົນເອົານ້ຳມັນເຊື້ອໄຟຈາກຊີເຣຍອີກແລ້ວ

2022-08-07 17:01:06 cri


ຕອນຄ່ຳວັນທີ 5 ສິງຫານີ້ຕາມເວລາທ້ອງຖິ່ນ,ທະຫານອາເມຣິກາທີ່ປະຈຳຢູ່ຊີເຣຍຢ່າງຜິດກົດໝາຍໄດ້ລັກຂົນເອົາຊັບພະຍາກອນນ້ຳມັນເຊື້ອໄຟຈາກຊີເຣຍອີກ.ທະຫານອາເມຣິກາໄດ້ນຳໃຊ້ຂະບວນລົດທີ່ປະກອບດ້ວຍລົດ 60 ຄັນເຊັ່ນລົດຂົນສົ່ງນ້ຳມັນແລະລົດກາມິຍົງເປັນຕົ້ນ,ບັນຈຸນ້ຳມັນເຊື້ອໄຟທີ່ລັກເອົາມາຈາກແຂວງຢູ່ພາກຕາເວັນອອກສ່ຽງເໜືອອຂອງຊີເຣຍ,ຜ່ານຈຸດຜ່ານແດນທີ່ຜິດກົດໝາຍຂົນໄປຮອດໃນແດນອີຣັກ.


ປັດຈຸບັນ,ອາເມຣິກາຍັງຄົງຍຶດຄອງດິນແດນແຜ່ນໃຫຍ່ຢູ່ພາກຕາເວັນອອກສ່ຽງເໜືອຂອງຊີເຣຍ,ໄດ້ຄວບຄຸມຊັບພະຍາກອນນ້ຳມັນເຊື້ອໄຟ 90%ຂອງຊີເຣຍ,ຜ່ານການສະໜັບສະໜູນກຳລັງປະກອບອາວຸດຝ່າຍຄ້ານຢູ່ທ້ອງຖິ່ນເພື່ອລັກເອົານ້ຳມັນເຊື້ອໄຟ ສະບຽງອາຫານແລະຊັບພະຍາກອນອື່ນໆຂອງຊີເຣຍເຊິ່ງໄດ້ເຮັດໃຫ້ໄພພິບັດດ້ານມະນຸດສະທຳຢູ່ຊີເຣຍຮ້າຍແຮງຂຶ້ນຢ່າງໜັກໜ່ວງ.