ກອງປະຊຸມເວທີປຶກສາຫາລືລະຫວ່າງສື່ມວນຊົນແລະຄັງປັນຍາຈີນ-ອາຊຽນປີ 2022ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.ຫົວຂໍ້ຂອງກອງປະຊຸມແມ່ນ " ການພັດທະນາຂອງທົ່ວໂລກ:ຮ່ວມຊາຕາກຳ ປະສານງານການເຄື່ອນໄຫວ",ເຈົ້າໜ້າທີ່ ຜູ້ຮັບຜິດຊອບສື່ມວນຊົນຫຼັກ ຜູ້ຕາງໜ້າຄັງປັນຍາແລະຜູ້ຊ່ຽວຊານ ນັກວິຊາການຈາກຈີນແລະ 10 ປະເທດອາຊຽນໄດ້ເຂົ້າຮ່ວມກອງປະຊຸມດ້ວຍຮູບແບບອອນໄລແລະອອຟໄລເພື່ອດຳເນີນການແລກປ່ຽນກັນໂດຍປິ່ນປ້ອມການຊຸກຍູ້ການຈັດຕັ້ງປະຕິບັດຂໍ້ລິເລີ່ມກ່ຽວກັບການພັດທະນາຂອງທົ່ວໂລກ ການຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນແລະອື່ນໆ.
ນັບຕັ້ງແຕ່ປະເທດຈີນໄດ້ສະເໜີອອກຂໍ້ລິເລີ່ມກ່ຽວກັບການພັດທະນາຂອງທົ່ວ ໂລກເມື່ອເດືອນກັນຍາປີ 2021 ເປັນຕົ້ນມາ,ຂໍ້ລິເລີ່ມດັ່ງກ່າວໄດ້ຮັບການ ຕອບຮັບແລະການສະໜັບສະໜູນຢ່າງຕັ້ງໜ້າຈາກປະຊາຄົມໂລກ.ໃນກອງປະຊຸມເວທີປຶກສາຫາລືຄັ້ງນີ້,ທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວປະຈຳ ສປ ຈີນເຫັນວ່າ:ສອງຝ່າຍລາວ-ຈີນສາມາດເພີ່ມທະວີການເຊື່ອມໂຍງລະຫວ່າງຂໍ້ລິເລີ່ມກ່ຽວກັບການພັດທະນາຂອງທົ່ວໂລກແລະວິໄສທັດຂອງປະຊາຄົມອາຊຽນ 2025,ດຳເນີນການຮ່ວມມືໃຫ້ຫຼາຍກວ່າເກົ່າໃນດ້ານລຶບລ້າງຄວາມທຸກຍາກ ການສ້າງພື້ນຖານໂຄງລ່າງ ຄວາມໝັ້ນຄົງດ້ານສະບຽງອາຫານແລະຊັບພະຍາກອນແລະດ້ານອື່ນໆ.
ທ່ານເສີນເຕີໄຫ ເລຂາທິການສູນຈີນ-ອາຊຽນໄດ້ກ່າວວ່າ:ສື່ມວນຊົນຈີນແລະອາຊຽນຄວນສຸມໃສ່ການປ້ອງກັນແລະຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19,ການຟື້ນຟູດ້ານເສດຖະກິດແລະຫົວຂໍ້ອື່ນໆ,ເລ່ົາເລື່ອງລາວກ່ຽວກັບການພັດທະນາຂອງຈີນ-ອາຊຽນໃຫ້ດີເພື່ອສ້າງສະພາບແວດລ້ອມດ້ານຫາງສຽງທີ່ດີໃຫ້ແກ່ການລົງເລິກການຮ່ວມມືລະຫວ່າງສອງຝ່າຍ.
ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ຕີລາຄາໃນລະດັບສູງຕໍ່ບົດບາດສຳຄັນທີ່ ເປັນ "ເຄື່ອງຮັກສາຄວາມໝັ້ນທ່ຽງ"ຂອງຂໍ້ລິເລີ່ມກ່ຽວກັບການພັດທະນາຂອງທົ່ວໂລກໃນການຊຸກຍູ້ການຮ່ວມມືດ້ານການພັດທະນາສາກົນແລະເພື່ອສັນຕິພາບແລະການພັດທະນາ,ໂດຍກ່າວວ່າ:ຕ້ອງໄປຕາມຄວາມຄອງຄອຍທົ່ວໄປຂອງບັນດາປະເທດໃນພາກພື້ນທີ່ສະແຫວງຫາສັນຕິພາບ ສະແຫວງຫາສະຖຽນລະພາບ ຊຸກຍູ້ການພັດທະນາ ສະແຫວງຫາຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ໄດ້ສົ່ງສຽງຮ່ວມກັນທີ່ຮ່ວມກັນຮັບມືກັບປັດໄຈຫຍໍ້ທໍ້ທີ່ເປັນໄພຂົ່ມຂູ່ຕໍ່ສັນຕິພາບແລະການພັດທະນາ,ປົກປັກຮັກສາແລະສ້າງບ້ານທີ່ສວຍງາມໃຫ້ດີ.