ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ທີໜຶ່ງຂອງຈີນ

2022-08-07 15:20:53 cri


ວັນທີ 7 ສິງຫານີ້, ອົງການພາສີຈີນໄດ້ເປີດເຜີຍວ່າ: ໃນ 7 ເດືອນທຳອິດປີນີ້, ຍອດມູນຄ່າຂາເຂົ້າຂາອອກຂອງຈີນມີເຖິງ 23.600 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 10,4%. ໃນນັ້ນ, ມູນຄ່າສົ່ງອອກສິນຄ້າມີເຖິງ 13.370 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 14,7%, ມູນຄ່ານຳເຂົ້າສິນຄ້າມີເຖິງ 10.230 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 5,3%.

ຕົວເລກສະຖິຕິຂອງອົງການພາສີຈີນໃຫ້ຮູ້ວ່າ: ມູນຄ່າຂາເຂົ້າຂາອອກຂອງຈີນຕໍ່ອາຊຽນມີເຖິງ 3.530 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 13,2%, ສະຫະພາບເອີຣົບ 3.230 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 8,9%, ແລະອາເມຣິກາ 2.930 ຕື້ຢວນ, ເພີ່ມຂຶ້ນຫຼາຍກວ່າໄລຍະດຽວກັນຂອງປີກາຍ 11,8%. ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ທີໜຶ່ງຂອງຈີນ, ໄດ້ກວມເອົາຍອດມູນຄ່າການຄ້າຕ່າງປະເທດຂອງຈີນເຖິງ 15%.

ນອກນີ້, ຕົວເລກຂໍ້ມູນຂອງອົງການພາສີຈີນໃຫ້ຮູ້ອີກວ່າ: ໃນ 7 ເດືອນທຳອິດປີນີ້, ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບປະເທດລຽມຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ເພີ່ມຂຶ້ນ 19,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າຂາເຂົ້າຂາອອກລະຫວ່າງຈີນກັບ 14 ປະເທດສະມາຊິກອົງການ RCEP ໄດ້ເພີ່ມຂຶ້ນ 7,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.