ມະເລເຊຍກ່າວປະນາມຢ່າງຮຸນແຮງຕໍ່ການຫຼອນໂຈມຕີຂອງອິສຣາແອນຕໍ່ແຖບກາຊາ

2022-08-07 16:27:03 CRI


ວັນທີ 6 ສິງຫານີ້, ກະຊວງການຕ່າງປະເທດມະເລເຊຍອອກຖະແຫຼງການໂດຍກ່າວປະນາມຢ່າງຮຸນແຮງຕໍ່ອິສຣາແອນທີ່ຫຼອນໂຈມຕີແຖບກາຊາໃນຫວ່າງມໍ່ໆມານີ້ ໂດຍເຮັດໃຫ້ປະຊາຊົນສາມັນຂອງປາເລັສຕິນ ເຊິ່ງລວມທັງເດັກນ້ອຍເສຍຊີວິດ.

 

ຖະແຫຼງການໄດ້ຊີ້ອອກວ່າ, ການກະທຳດັ່ງກ່າວຂອງອິສຣາແອນເປັນການປະໝາດຢ່າງບັງອາດຕໍ່ກົດໝາຍສາກົນ ແລະ ຫຼັກການມະນຸດສະທຳຫຼາຍຢ່າງ. ມະເລເຊຍຮຽກຮ້ອງໃຫ້ປະຊາຄົມໂລກໃຊ້ຄວາມກົດດັນໃສ່ອິສຣາແອນໃນລະດັບສູງສຸດໂດຍດ່ວນ, ຢຸດຕິການລ່ວງລະເມີດ ແລະ ການຮຸກຮານຕໍ່ປາເລັສຕິນໃນທັນທີ.